Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:33 - ພຣະຄຳພີສັກສິ

33 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ນຳ​ພວກເຂົາ​ມາ ແລະ​ເຮັດ​ໃຫ້​ພວກເຂົາ​ຕົກລົງ ດັ່ງ​ງ່າໄມ້​ຖືກ​ຕັດ​ຈາກ​ຕົ້ນ​ຂອງ​ມັນ. ພວກ​ທີ່​ຄຸຍໂມ້​ແລະ​ຖື​ຕົນ​ວ່າ​ຍິ່ງໃຫຍ່​ໃນ​ພວກເຂົາ ກໍ​ຈະ​ຖືກ​ປໍ້າ​ລົງ ແລະ​ຖືກ​ອັບອາຍ​ຂາຍໜ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 10:33
17 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ເທວະດາ​ຕົນ​ໜຶ່ງ​ມາ​ຂ້າ​ທະຫານ ແລະ​ນາຍ​ທະຫານ​ຂອງ​ກອງທັບ​ອັດຊີເຣຍ. ສະນັ້ນ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ໄດ້​ກັບຄືນ​ເມືອ​ປະເທດ​ຢ່າງ​ອັບອາຍ​ຂາຍໜ້າ. ມື້ໜຶ່ງ ເມື່ອ​ເພິ່ນ​ຍັງ​ຢູ່​ໃນ​ວິຫານ​ພະ​ຂອງ​ເພິ່ນ ລູກຊາຍ​ເພິ່ນ​ບາງຄົນ​ໄດ້​ໃຊ້​ດາບ​ສັງຫານ​ເພິ່ນ​ເສຍ.


ກ່ອນ​ເຖິງ​ຍາມ​ເກັບ​ໝາກອະງຸ່ນ ເມື່ອ​ດອກ​ຂອງ​ມັນ​ຫລົ່ນ ແລະ​ໝາກອະງຸ່ນ​ກຳລັງ​ສຸກ ສັດຕູ​ຈະ​ມາ​ທຳລາຍ​ຊາວ​ເອທີໂອເປຍ​ຢ່າງ​ງ່າຍດາຍ ດັ່ງ​ເອົາ​ມີດ​ຕັດ​ຕົ້ນ​ອະງຸ່ນ​ຖິ້ມ.


ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.


ເມື່ອ​ພຣະອົງ​ສູ້ຮົບ​ແທນ​ພວກ​ຂ້ານ້ອຍ​ນັ້ນ ຊົນຊາດ​ທັງຫລາຍ​ກໍ​ແລ່ນ​ປົບໜີໄປ​ຈາກ​ສຽງ​ທີ່​ຕໍ່ສູ້​ກັນ​ໃນ​ສະໜາມຮົບ.


ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ທຸກຄົນ​ຈະ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຜູ້​ທີ່​ອວດອົ່ງ​ຈອງຫອງ​ຈະ​ຖ່ອມຕົວ.


ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.


ເຈົ້າ​ນັ້ນ​ເປັນ​ດັ່ງ ຕົ້ນແປກ​ທີ່​ເລບານອນ ມີ​ງ່າ​ໃບ​ດົກງາມ​ເປັນ​ຕົ້ນໄມ້​ສູງ​ຈົນ​ວ່າ​ຈຸ​ເມກ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຖິງ​ແມ່ນ​ວ່າ​ຊາວ​ອັດຊີເຣຍ​ແຂງແຮງ ແລະ​ມີ​ຈຳນວນ​ຫລວງຫລາຍ​ກໍຕາມ ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ​ແລະ​ຈະ​ດັບສູນໄປ. ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ທົນທຸກ​ທໍລະມານ ແຕ່​ເຮົາ​ຈະ​ບໍ່​ເຮັດ​ຕໍ່ໄປ​ອີກ.


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka