Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:32 - ພຣະຄຳພີສັກສິ

32 ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ເອຊາຢາ 10:32
21 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ຮັບໃຊ້​ພຣະເຈົ້າ​ຢ່າງ​ສັດຊື່ ຕາມ​ທີ່​ກ່າວ​ມາ​ແລ້ວ​ນັ້ນ; ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ກໍໄດ້​ມາ​ຮຸກຮານ​ອານາຈັກ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ສັ່ງ​ໃຫ້​ກອງທັບ​ຂອງ​ເພິ່ນ​ທະລຸ​ກຳແພງ​ເມືອງ.


ເມື່ອ​ເຮເຊກີຢາ​ເຫັນ​ວ່າ ເຊັນນາເກຣິບ​ຕັ້ງໃຈ​ຈະ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ຄືກັນ


ອານາທົດ, ໂນບ, ອານານີຢາ,


ມີ​ແຕ່​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ​ທີ່​ເຫຼືອ​ຢູ່; ແຕ່​ພັດ​ເປັນ​ເມືອງ​ທີ່​ຖືກ​ປິດລ້ອມ, ຂາດ​ສິ່ງ​ປ້ອງກັນ ແລະ​ເປັນ​ດັ່ງ​ຕູບ​ຂອງ​ຄົນ​ເຝົ້າ​ສວນອະງຸ່ນ ຫລື​ເປັນ​ດັ່ງ​ຖຽງໄຮ່​ຂອງ​ສວນ​ໝາກແຕງກວາ​ທີ່​ບໍ່ມີ​ຄົນ​ເຝົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ ທີ່​ອາໄສ​ຢູ່​ທີ່​ພູເຂົາ​ຊີໂອນ​ວ່າ, “ຢ່າ​ສູ່​ຢ້ານ​ຊາວ​ອັດຊີເຣຍ​ເລີຍ ແມ່ນ​ວ່າ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ ດັ່ງ​ຊາວ​ເອຢິບ​ໄດ້​ເຮັດ​ມາ​ກໍຕາມ.


ຊາວ​ມັດເມນາ ແລະ​ຊາວ​ເກບິມ​ກຳລັງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ອ່າວ​ຊູແອດ​ແຫ້ງ ແລະ​ພຣະອົງ​ຈະ​ບັນດານ​ໃຫ້​ລົມ​ຮ້ອນ​ມາ​ພັດ​ແມ່ນໍ້າ​ເອີຟຣັດ​ໃຫ້​ແຫ້ງ ໂດຍ​ປະ​ເຈັດ​ຫ້ວຍນ້ອຍ​ເທົ່ານັ້ນ​ໃຫ້​ມີ​ນໍ້າ ເພື່ອ​ວ່າ​ຜູ້ໃດໆ​ກໍ​ຈະ​ສາມາດ​ຂ້າມ​ໄປ​ໄດ້.


ທີ່​ຈອມພູ​ຫົວໂຫລ້ນ ຈົ່ງ​ຍົກ​ທຸງ​ສູ້ຮົບ​ຂຶ້ນ​ສາ ຈົ່ງ​ຮ້ອງ​ສັ່ງ​ພວກ​ທະຫານ ແລະ​ຍົກ​ອາວຸດ​ຂຶ້ນ​ເປັນ​ສັນຍານ​ໃຫ້​ບຸກໂຈມຕີ ປະຕູ​ເມືອງ​ຂອງ​ພວກ​ທີ່​ອວດອົ່ງ​ຈອງຫອງ.


ຈາກ​ເມືອງ​ເສລາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ປະຊາຊົນ​ແຫ່ງ​ໂມອາບ​ສົ່ງ​ລູກແກະ​ໄປ ເພື່ອ​ເປັນ​ຂອງຂວັນ​ໃຫ້​ຜູ້ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຊາວ​ເອຢິບ​ຈະ​ເປັນ​ດັ່ງ​ພວກຜູ້ຍິງ. ພວກເຂົາ​ຈະ​ສັ່ນເຊັນ​ດ້ວຍ​ຄວາມ​ຢ້ານກົວ ເມື່ອ​ເຫັນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ.


ໃນ​ວັນ​ທັງຫລາຍ​ທີ່​ຈະ​ໝູນວຽນ​ມາເຖິງ ພູ​ບ່ອນ​ທີ່​ຕັ້ງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຈະ​ສູງ​ກວ່າ​ທຸກໆ​ແຫ່ງ ພູ​ນັ້ນ​ຈະ​ຕັ້ງ​ຢູ່​ສູງ​ສົ່ງ​ເທິງ​ເນີນພູ​ທັງໝົດ ດັ່ງນັ້ນ ຫລາຍ​ຊົນຊາດ​ຈຶ່ງ​ຈະ​ຫລັ່ງ​ມາ​ສູ່​ທີ່ນັ້ນ


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່ສູ້​ລາວ​ວ່າ, “ລູກສາວ​ພົມມະຈາຣີ​ແຫ່ງ​ຊີໂອນ​ດູຖູກ​ແລະ​ຫົວຂວັນ​ໃສ່​ເຈົ້າ ລູກສາວ​ນະຄອນ​ເຢຣູຊາເລັມ​ກໍ​ຫົວ​ເຍາະເຍີ້ຍ​ເຈົ້າ.


ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.


ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


“ພຣະອົງ​ເອງ​ຈະ​ຕໍ່ສູ້​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຖືກ​ປຸ້ນຈີ້​ໂດຍ​ປະຊາຊົນ ທີ່​ຄັ້ງໜຶ່ງ​ເຄີຍ​ເປັນ​ຂ້ອຍໃຊ້​ຂອງ​ພວກເຈົ້າ. ເມື່ອ​ເຫດການ​ນີ້​ເກີດຂຶ້ນ ທຸກຄົນ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ.”


ດາວິດ​ໄດ້​ໄປ​ຫາ​ປະໂຣຫິດ​ອາຮີເມເຫຼັກ​ທີ່​ເມືອງ​ໂນບ. ອາຮີເມເຫຼັກ​ອອກ​ມາ​ພົບ​ເພິ່ນ​ດ້ວຍ​ຕົວ​ສັ່ນເຊັນ ແລະ​ຖາມ​ວ່າ, “ເຫດໃດ​ທ່ານ​ຈຶ່ງ​ມາ​ພຽງຄົນດຽວ​ຢ່າງນີ້?”


ດາວິດ​ຕອບ​ວ່າ, “ຂ້າພະເຈົ້າ​ມາ​ກ່ຽວກັບ​ທຸລະ​ຂອງ​ກະສັດ ເພິ່ນ​ສັ່ງ​ຂ້າພະເຈົ້າ​ວ່າ ຢ່າ​ບອກ​ໃຫ້​ຜູ້ໃດ​ຮູ້​ເຖິງ​ເລື່ອງ​ທີ່​ເພິ່ນ​ໃຊ້​ຂ້າພະເຈົ້າ​ມາ​ນີ້. ຂ້າພະເຈົ້າ​ໄດ້​ນັດ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ ໄປ​ພົບ​ກັບ​ຂ້າພະເຈົ້າ​ຢູ່​ໃນ​ບ່ອນ​ໜຶ່ງ​ຕ່າງຫາກ.


ກະສັດ​ໂຊນ​ຍັງ​ໄດ້​ສັ່ງ​ໃຫ້​ຂ້າ​ຊາວ​ເມືອງ​ໂນບ​ທັງໝົດ​ຖິ້ມ ຊຶ່ງ​ເປັນ​ເມືອງ​ຂອງ​ບັນດາ​ປະໂຣຫິດ ເຊັ່ນ: ຊາຍ​ແລະ​ຍິງ, ເດັກ​ເກີດ​ໃໝ່​ແລະ​ເດັກນ້ອຍ, ງົວ, ລໍ ແລະ​ແກະ​ທັງໝົດ​ໄດ້​ຖືກ​ຂ້າ​ຖິ້ມ.


ໂດເອັກ​ຄົນ​ເອໂດມ​ທີ່​ຢືນ​ຢູ່​ກັບ​ພວກ​ຂ້າຣາຊການ​ຂອງ​ກະສັດ​ໂຊນ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ດາວິດ​ໄປ​ທີ່​ເມືອງ​ໂນບ ຫາ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາຮີຕຸບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka