Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:30 - ພຣະຄຳພີສັກສິ

30 ຊາວ​ການລີມ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ຊາວ​ໄລຊາ​ເອີຍ ຈົ່ງ​ຟັງ​ເທີ້ນ ຊາວ​ອານາທົດ​ເອີຍ ຈົ່ງ​ຕອບ​ແມ

Uka jalj uñjjattʼäta Copia luraña




ເອຊາຢາ 10:30
9 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.”


ອານາທົດ, ໂນບ, ອານານີຢາ,


ຊາວ​ມັດເມນາ ແລະ​ຊາວ​ເກບິມ​ກຳລັງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ.


ພຣະທຳ​ນີ້​ເປັນ​ບົດ​ບັນທຶກ​ຖ້ອຍຄຳ​ທີ່​ເຢເຣມີຢາ​ໄດ້​ກ່າວ. ເຢເຣມີຢາ​ແມ່ນ​ລູກຊາຍ​ຂອງ​ຮິນກີຢາ ປະໂຣຫິດ​ຜູ້ໜຶ່ງ​ໃນ​ຄະນະ​ປະໂຣຫິດ​ແຫ່ງ​ເມືອງ​ອານາທົດ ໃນ​ເຂດແດນ​ຂອງ​ເບັນຢາມິນ.


ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້.


ອານາທົດ ແລະ​ອານໂມນ​ພ້ອມ​ທັງ​ທົ່ງຫຍ້າ.


ພວກເຂົາ​ປ່ຽນ​ຊື່​ເມືອງ​ລາອິດ​ມາ​ເປັນ​ເມືອງ​ດານ ຊຶ່ງ​ເປັນ​ຊື່​ສືບທອດ​ກັນມາ​ຈາກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ທີ່​ຊື່​ວ່າ, ດານ ລູກຊາຍ​ຂອງ​ຢາໂຄບ.


ດັ່ງນັ້ນ ຊາຍ​ທັງ​ຫ້າ​ຄົນ​ຈຶ່ງ​ຈາກ​ໄປ​ທີ່​ເມືອງ​ລາອິດ. ໃນ​ເມືອງ​ນີ້​ພວກເຂົາ​ເຫັນ​ວ່າ ປະຊາຊົນ​ຢູ່​ກັນ​ຢ່າງ​ປອດໄພ​ເໝືອນ​ກັບ​ພວກ​ຊີໂດນ ຢູ່​ກັນ​ຢ່າງ​ສະຫງົບສຸກ​ແລະ​ມິດງຽບ ຢ່າງ​ບໍ່ມີ​ການ​ຜິດຂ້ອງ​ຕ້ອງຖຽງກັນ​ເລີຍ. ພວກເຂົາ​ມີ​ທຸກສິ່ງ​ທີ່​ຕ້ອງການ. ພວກເຂົາ​ຢູ່​ຫ່າງໄກ​ຈາກ​ພວກ​ຊີໂດນ ແລະ​ບໍ່ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄົນອື່ນ.


ໃນ​ລະຫວ່າງ​ນັ້ນ ກະສັດ​ໂຊນ​ກໍໄດ້​ມອບ​ນາງ​ມີການ​ລູກສາວ​ຂອງຕົນ ທີ່​ເປັນ​ເມຍ​ຂອງ​ດາວິດ​ໃຫ້​ປານຕີ ລູກຊາຍ​ຂອງ​ລາອິດ ຊາວ​ການລິມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka