ເອຊາຢາ 10:3 - ພຣະຄຳພີສັກສິ3 ພວກເຈົ້າຈະເຮັດຢ່າງໃດເມື່ອພຣະເຈົ້າລົງໂທດພວກເຈົ້າ? ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະອົງນຳໄພພິບັດຈາກດິນແດນທີ່ຫ່າງໄກມາສູ່ພວກເຈົ້າ? ພວກເຈົ້າຈະແລ່ນໄປຫາຜູ້ໃດໃຫ້ມາຊ່ວຍເຫລືອ? ພວກເຈົ້າຈະເຊື່ອງຊັບສົມບັດຂອງພວກເຈົ້າໄວ້ຢູ່ທີ່ໃດ? Uka jalj uñjjattʼäta |
ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ.
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.