Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:29 - ພຣະຄຳພີສັກສິ

29 ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.

Uka jalj uñjjattʼäta Copia luraña




ເອຊາຢາ 10:29
18 Jak'a apnaqawi uñst'ayäwi  

ສິ່ງ​ອື່ນໆ​ທີ່​ກະສັດ​ອາສາ​ໄດ້​ກະທຳ, ວິລະກຳ​ຕ່າງໆ ແລະ​ການ​ສ້າງເມືອງ​ທັງຫລາຍ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ. ແຕ່​ເມື່ອ​ກະສັດ​ອາສາ​ເຖົ້າແກ່ ເພິ່ນ​ເປັນ​ພະຍາດ​ທີ່​ຕີນ​ຈົນ​ກາຍເປັນ​ລ່ອຍ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ມີ​ສຽງ​ໜຶ່ງ​ໃນ​ຣາມາ ສຽງ​ຮ້ອງໄຫ້​ຄວນຄາງ​ຢ່າງ​ລະທົມ​ຂົມຂື່ນ ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ໃຫ້​ລູກໆ​ຂອງຕົນ ທີ່​ໄດ້​ເສຍໄປ ຈຶ່ງ​ບໍ່​ຟັງ​ຄຳ​ປອບໃຈ​ໃດໆ​ທັງນັ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ຢຸດ​ເຮັດ​ບາບ​ຕໍ່ສູ້​ເຮົາ ຕັ້ງແຕ່​ຄາວ​ທີ່​ພວກເຂົາ​ໄດ້​ເຮັດ​ບາບ​ທີ່​ເມືອງ​ກີເບອາ. ດັ່ງນັ້ນ ສົງຄາມ​ຈຶ່ງ​ຕາມ​ທັນ​ພວກເຂົາ​ທີ່​ກີເບອາ.


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


ຈາກ​ເຂດແດນ​ຂອງ​ເບັນຢາມິນ ພວກເຂົາ​ໄດ້​ຮັບ 4 ຕົວເມືອງ ມີ​ດັ່ງນີ້: ກີເບໂອນ, ເກບາ,


ສ່ວນ​ໂຊນ​ນັ້ນ ລາວ​ໄດ້​ກັບ​ເມືອ​ເຮືອນ​ຂອງຕົນ​ທີ່​ເມືອງ​ກີເບອາ​ເຊັ່ນກັນ. ຊາຍ​ບາງຄົນ​ທີ່​ມີ​ອຳນາດ ຊຶ່ງ​ໄດ້​ຮັບ​ການ​ບັນດົນ​ໃຈ​ຈາກ​ພຣະເຈົ້າ​ກໍໄດ້​ໄປ​ນຳ​ໂຊນ.


ຄົນນຳຂ່າວ​ໄດ້​ມາ​ທີ່​ເມືອງ​ກີເບອາ​ບ່ອນ​ທີ່​ໂຊນ​ຢູ່. ເມື່ອ​ຄົນ​ບອກ​ຂ່າວ​ນີ້​ສູ່​ຊາວ​ເມືອງ​ຟັງ ປະຊາຊົນ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ໝົດຫວັງ.


ກະສັດ​ໂຊນ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ​ແລະ​ພວກ​ທະຫານ ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເກບາ​ໃນ​ເຂດແດນ​ເບັນຢາມິນ. ສ່ວນ​ພວກ​ຟີລິດສະຕິນ​ນັ້ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ມິກມາດ.


ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ພວກ​ຟີລິດສະຕິນ​ໄດ້​ສົ່ງ​ທະຫານ​ໝວດ​ໜຶ່ງ ໄປ​ທີ່​ຊ່ອງແຄບ​ມິກມາດ​ເພື່ອ​ປ້ອງກັນ​ທີ່​ນັ້ນ​ໄວ້.


ໃນ​ເວລາ​ນັ້ນ ເພິ່ນ​ໄດ້​ພັກ​ຢູ່​ກ້ອງ​ຕົ້ນ​ໝາກ​ພີລາ​ທີ່​ມິກໂຣນ ຊຶ່ງ​ບໍ່​ໄກ​ເທົ່າ​ໃດ​ຈາກ​ເມືອງ​ກີເບອາ; ເພິ່ນ​ມີ​ທະຫານ​ຢູ່​ນຳ​ປະມານ​ຫົກຮ້ອຍ​ຄົນ.


ໃນ​ຊ່ອງແຄບ​ມິກມາດ ບ່ອນ​ທີ່​ໂຢນາທານ​ຜ່ານ​ໄປ​ຫາ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ​ນັ້ນ ມີ​ໂງ່ນຫີນ​ໃຫຍ່​ທັງ​ຄົມ​ແລະ​ແຫລມ​ສອງ​ໂງ່ນ ຊຶ່ງ​ຢູ່​ແຕ່ລະ​ຂ້າງ​ຂອງ​ຊ່ອງແຄບ. ໂງ່ນ​ທີ​ໜຶ່ງ​ຊື່​ວ່າ​ໂບເຊັດ ແລະ​ໂງ່ນ​ທີ​ສອງ​ຊື່​ວ່າ​ເສເນ.


ໂງ່ນ​ທີ​ໜຶ່ງ​ຢູ່​ທາງ​ເບື້ອງເໜືອ​ຂອງ​ຊ່ອງແຄບ​ຊຶ່ງ​ກົງກັບ​ມິກມາດ ແລະ​ໂງ່ນ​ໜຶ່ງ​ອີກ​ຢູ່​ທາງ​ເບື້ອງໃຕ້​ຊຶ່ງ​ກົງກັບ​ເກບາ.


ແລ້ວ​ຊາມູເອນ​ກໍ​ໄດ້ໄປ​ທີ່​ເມືອງ​ຣາມາ ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ຄືນ​ເມືອ​ວັງ​ຂອງ​ເພິ່ນ​ທີ່​ເມືອງ​ກີເບອາ.


ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka