Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:28 - ພຣະຄຳພີສັກສິ

28 ກອງທັບ​ຂອງ​ສັດຕູ​ຕີ​ເອົາ​ເມືອງ​ອາອີ ໄດ້​ແລ້ວ ພວກເຂົາ​ໄດ້​ຜ່ານ​ເມືອງ​ມິກໂຣນ ພວກເຂົາ​ໄດ້​ປະ​ສະບຽງ​ອາຫານ​ຂອງ​ພວກເຂົາ​ໄວ້​ທີ່​ເມືອງ​ມິກມາດ

Uka jalj uñjjattʼäta Copia luraña




ເອຊາຢາ 10:28
12 Jak'a apnaqawi uñst'ayäwi  

ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ​ໄດ້​ອາໄສ​ຢູ່ ຕັ້ງແຕ່​ເມືອງ​ເກບາ​ທາງ​ພາກເໜືອ ຈົນຮອດ​ມິກມາດ, ອາອີ, ເບັດເອນ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ນັ້ນ;


ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.


ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ພວກເຂົາ​ໄດ້​ເລີ່ມ​ອອກ​ເດີນທາງ​ກັບ​ໄປ​ໂດຍ​ໃຫ້​ລູກ, ຝູງສັດ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ອອກ​ໜ້າ​ກ່ອນ.


ກະສັດ​ໂຊນ​ໄດ້​ເລືອກ​ເອົາ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ສາມພັນ​ຄົນ ໂດຍ​ໄດ້​ແບ່ງ​ເອົາ​ສອງພັນ​ຄົນ​ໃຫ້​ຢູ່​ກັບ​ຕົນ​ທີ່​ມິກມາດ ແລະ​ທີ່​ເຂດ​ເນີນພູ​ຂອງ​ເບັດເອນ, ແຕ່​ທະຫານ​ໜຶ່ງພັນ​ຄົນ​ນັ້ນ ເພິ່ນ​ໃຫ້​ໄປ​ກັບ​ໂຢນາທານ​ລູກຊາຍ​ຂອງຕົນ ທີ່​ເມືອງ​ກີເບອາ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ. ສ່ວນ​ທີ່​ເຫຼືອ​ນັ້ນ ເພິ່ນ​ໄດ້​ສັ່ງ​ໃຫ້​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.


ພວກ​ຟີລິດສະຕິນ​ໄດ້​ສົ່ງ​ທະຫານ​ໝວດ​ໜຶ່ງ ໄປ​ທີ່​ຊ່ອງແຄບ​ມິກມາດ​ເພື່ອ​ປ້ອງກັນ​ທີ່​ນັ້ນ​ໄວ້.


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


ໃນ​ເວລາ​ນັ້ນ ເພິ່ນ​ໄດ້​ພັກ​ຢູ່​ກ້ອງ​ຕົ້ນ​ໝາກ​ພີລາ​ທີ່​ມິກໂຣນ ຊຶ່ງ​ບໍ່​ໄກ​ເທົ່າ​ໃດ​ຈາກ​ເມືອງ​ກີເບອາ; ເພິ່ນ​ມີ​ທະຫານ​ຢູ່​ນຳ​ປະມານ​ຫົກຮ້ອຍ​ຄົນ.


ໃນ​ມື້​ນັ້ນ ພວກ​ອິດສະຣາເອນ​ໄດ້​ຮົບ​ຊະນະ​ພວກ​ຟີລິດສະຕິນ ໂດຍ​ຕໍ່ສູ້​ກັນ​ຕະຫລອດ​ທາງ ຕັ້ງແຕ່​ມິກມາດ​ຈົນ​ຮອດ​ເມືອງ​ໄອຢາໂລນ ມາ​ຮອດ​ຕອນ​ນີ້ ພວກ​ອິດສະຣາເອນ​ຕ່າງ​ກໍ​ອ່ອນແຮງ​ລົງ​ຍ້ອນ​ຫິວເຂົ້າ


ໂງ່ນ​ທີ​ໜຶ່ງ​ຢູ່​ທາງ​ເບື້ອງເໜືອ​ຂອງ​ຊ່ອງແຄບ​ຊຶ່ງ​ກົງກັບ​ມິກມາດ ແລະ​ໂງ່ນ​ໜຶ່ງ​ອີກ​ຢູ່​ທາງ​ເບື້ອງໃຕ້​ຊຶ່ງ​ກົງກັບ​ເກບາ.


ດາວິດ​ໄດ້​ປະ​ອາຫານ​ໄວ້​ນຳ​ເຈົ້າໜ້າທີ່​ຝ່າຍ​ສະບຽງ​ອາຫານ ແລະ​ແລ່ນ​ໄປ​ຫາ​ພວກອ້າຍ​ຂອງຕົນ​ທີ່​ສະໜາມຮົບ​ເພື່ອ​ຖາມ​ຂ່າວຄາວ​ວ່າ ພວກເຂົາ​ເປັນຢູ່​ຢ່າງໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka