Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:27 - ພຣະຄຳພີສັກສິ

27 ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຈົ້າ​ຈະ​ຖືກ​ປົດປ່ອຍ​ອອກ​ຈາກ​ອຳນາດ​ຂອງ​ອັດຊີເຣຍ ແລະ​ແອກ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ພາລະໜັກ​ສຳລັບ​ພວກເຈົ້າ​ອີກ​ຕໍ່ໄປ.”

Uka jalj uñjjattʼäta Copia luraña




ເອຊາຢາ 10:27
28 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


“ຢ່າ​ທຳຮ້າຍ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເຈີມໄວ້ ຢ່າ​ແຕະຕ້ອງ​ບັນດາ​ຜູ້ທຳນວາຍ​ຂອງເຮົາ.”


ພຣະອົງ​ໄດ້​ສັນຍາ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂໍ​ຢ່າ​ປະຖິ້ມ​ກະສັດ​ທີ່​ໄດ້​ຊົງ​ຫົດສົງ.


ພຣະອົງ​ກ່າວ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ກະສັດ​ຂອງເຮົາ; ຢູ່​ເທິງ​ພູເຂົາ​ຊີໂອນ ພູ​ສັກສິດ​ຂອງເຮົາ.”


ບັດນີ້ ຈຶ່ງ​ຮູ້ວ່າ​ພຣະເຈົ້າຢາເວ​ໃຫ້​ຄວາມ​ມີໄຊ ແກ່​ກະສັດ​ທີ່​ພຣະອົງ​ໄດ້​ເລືອກເອົາ​ນັ້ນ. ພຣະອົງ​ຕອບ​ເພິ່ນ​ຈາກ​ທີ່​ສັກສິດ​ແຫ່ງ​ຟ້າ​ສະຫວັນ ໄດ້​ມີໄຊ​ອັນ​ໃຫຍ່ຫລວງ​ໂດຍ​ຣິດທານຸພາບ.


ທ່ານ​ຮັກ​ສິ່ງ​ທີ່​ຖືກຕ້ອງ​ແລະ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ. ສະນັ້ນ​ພຣະເຈົ້າ ພຣະເຈົ້າ​ຂອງທ່ານ​ຈຶ່ງ​ຫົດສົງ​ທ່ານ​ໄວ້ ໂດຍ​ເທ​ພຣະພອນ​ໃຫ້​ທ່ານ​ໄດ້​ຮັບ​ຄວາມສຸກ ຫລາຍກວ່າ​ຄົນອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ໂລກ​ມະນຸດ.


“ເຮົາ​ໄດ້​ເອົາ​ພາລະໜັກ​ອອກ​ຈາກ​ບ່າ​ພວກເຈົ້າ ເຮົາ​ໄດ້​ໃຫ້​ພວກເຈົ້າ​ວາງ​ຫາບ​ດິນຈີ່​ລົງ​ແລ້ວ.


ຂ້າແດ່​ພຣະເຈົ້າ ຜູ້​ຊົງ​ເປັນ​ໂລ້​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ແນມ​ແລະ​ຫລຽວ​ເບິ່ງ​ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ເອົາ​ນັ້ນ.


ເຮົາ​ຈະ​ທຳລາຍ​ຊາວ​ອັດຊີເຣຍ​ໃນ​ດິນແດນ​ອິດສະຣາເອນ​ຂອງເຮົາ ແລະ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ທີ່​ເທິງ​ພູ​ຂອງເຮົາ. ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ແອກ​ຂອງ​ຊາວ​ອັດຊີເຣຍ ແລະ​ຈາກ​ພາລະໜັກ​ທີ່​ພວກເຂົາ​ແບກ​ຢູ່​ນັ້ນ.


ເມື່ອໃດ​ພວກເຈົ້າ​ປູກຝັງ​ພືດພັນ ພຣະອົງ​ຈະ​ສົ່ງ​ຝົນ​ມາ​ຫລໍ່ລ້ຽງ​ໃຫ້​ໃຫຍ່​ຂຶ້ນ ພ້ອມ​ຈະ​ໃຫ້​ພວກເຈົ້າ​ເກັບກ່ຽວ​ໄດ້​ຢ່າງ​ອຸດົມສົມບູນ ແລະ​ຝູງສັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ຫຍ້າ​ກິນ​ຢ່າງ​ອຸດົມສົມບູນ.


“ເຮົາ​ຈະ​ປ້ອງກັນ ແລະ​ຮັກສາ​ນະຄອນ​ນີ້​ໄວ້​ເພື່ອ​ເຫັນ​ແກ່​ກຽດ​ຂອງ​ເຮົາເອງ ແລະ​ຍ້ອນ​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ.”


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ເພາະ​ພຣະອົງ​ໄດ້​ຫັກ​ແອກ​ທີ່​ເປັນ​ພາລະໜັກ ແລະ​ຫັກ​ໄມ້ແສ້​ທີ່​ໃຊ້​ຕີ​ບ່າ​ພວກເຂົາ​ນັ້ນ. ພຣະອົງ​ໄດ້​ເອົາ​ຊະນະ​ຊົນຊາດ​ທັງຫລາຍ ທີ່​ໄດ້​ກົດຂີ່​ຫາ​ປະໂຫຍດ​ນຳ​ຄົນ​ຂອງ​ພຣະເຈົ້າ ດັ່ງ​ພຣະອົງ​ໄດ້​ເອົາ​ຊະນະ​ແຕ່​ດົນນານ​ຜ່ານມາ ຄື​ກອງທັບ​ມີດີອານ​ແຕ່​ດົນນານ​ມາ​ແລ້ວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ວັນນັ້ນ​ມາເຖິງ ເຮົາ​ຈະ​ຫັກ​ແອກ​ຊຶ່ງ​ວາງ​ເທິງ​ຄໍ​ຂອງ​ພວກເຂົາ ແລະ​ທັງ​ຈະ​ປົດ​ໂສ້​ທີ່​ລ່າມ​ພວກເຂົາ​ອອກ ແລະ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ທາດຮັບໃຊ້​ຂອງ​ຄົນຕ່າງດ້າວ​ອີກ​ຕໍ່ໄປ.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ອັນ​ນີ້​ເປັນ​ສ່ວນ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຊຶ່ງ​ໄດ້​ມອບ​ໃຫ້​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງຕົນ ໃນ​ມື້​ທີ່​ສະຖາປະນາ​ພວກເຂົາ​ເປັນ​ປະໂຣຫິດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ.


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


ອັນເດອາ​ໄດ້​ໄປ​ຫາ​ຊີໂມນ​ອ້າຍ​ຂອງຕົນ​ກ່ອນ ຈຶ່ງ​ບອກ​ລາວ​ວ່າ, “ເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ.” (ແປ​ວ່າ, “ພຣະຄຣິດ”)


ຈິງ​ແທ້ ດ້ວຍວ່າ, ເຮໂຣດ​ກັບ​ປົນທຽວປີລາດ​ໄດ້​ມາ​ໃນ​ເມືອງ​ນີ້ ປະຊຸມ​ກັນ​ກັບ​ຄົນຕ່າງຊາດ ແລະ​ປະຊາຊົນ​ອິດສະຣາເອນ ເພື່ອ​ຕໍ່ສູ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ອົງ​ບໍຣິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຫົດສົງ​ໄວ້​ແລ້ວ.


ແຕ່​ຝ່າຍ​ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ຫົດສົງ​ຈາກ​ພຣະອົງ ຜູ້​ຊົງ​ບໍຣິສຸດ​ແລ້ວ, ພວກເຈົ້າ​ທຸກຄົນ​ກໍ​ມີ​ຄວາມຮູ້.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka