ເອຊາຢາ 10:26 - ພຣະຄຳພີສັກສິ26 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະໃຊ້ໄມ້ແສ້ຕີພວກເຂົາເໝືອນກັນກັບທີ່ໄດ້ຕີຊາວມີດີອານທີ່ໂງ່ນຫີນໂອເຣັບ. ຈະລົງໂທດອັດຊີເຣຍເໝືອນກັນກັບທີ່ໄດ້ລົງໂທດເອຢິບ. Uka jalj uñjjattʼäta |
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”
ພວກເຂົາຈັບຫົວໜ້າພວກມີດີອານສອງຄົນໄດ້ ຄືໂອເຣັບແລະເຊເອັບ. ພວກເຂົາໄດ້ຂ້າໂອເຣັບຢູ່ທີ່ໂງ່ນຫີນໂອເຣັບ ແລະໄດ້ຂ້າເຊເອັບຢູ່ທີ່ບ່ອນບີບໝາກອະງຸ່ນຂອງເຊເອັບ. ພວກເຂົາສືບຕໍ່ກວາດລ້າງພວກມີດີອານ ແລະໄດ້ນຳຫົວຂອງໂອເຣັບແລະເຊເອັບໄປໃຫ້ກີເດໂອນ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນຟາກພຸ້ນ.