Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:25 - ພຣະຄຳພີສັກສິ

25 ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ເວລາ​ອັນ​ສັ້ນໆ​ເທົ່ານັ້ນ, ຕໍ່​ຈາກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊາຢາ 10:25
17 Jak'a apnaqawi uñst'ayäwi  

ໃນຄືນນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ ທີ່​ຄ້າຍ​ທະຫານ​ອັດຊີເຣຍ. ຕື່ນ​ເຊົ້າ​ມື້​ໃໝ່​ມາ ໄດ້​ມີ​ຊາກສົບ​ຢາຍ​ເດຍລະດາດ​ຢູ່​ໃນ​ທີ່ນັ້ນ.


ອີກ​ບໍ່ດົນ​ຄົນຊົ່ວຮ້າຍ​ຈະ​ດັບສູນ​ໄປ ເຈົ້າ​ອາດ​ຊອກຫາ​ພວກເຂົາ ແຕ່​ກໍ​ຈະ​ບໍ່​ພົບ


ຖ້າ​ເຈົ້າ​ຫວ່ານ​ຄວາມ​ອະຍຸດຕິທຳ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເດືອດຮ້ອນ ແລະ​ຫາກ​ກົດຂີ່​ຄົນອື່ນ​ກໍ​ບໍ່​ໄປ​ເຖິງ​ໃສ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.


“ເຮົາ​ໄດ້​ປະຮ້າງ​ເຈົ້າ​ພຽງແຕ່​ໄລຍະ​ຊົ່ວຄາວ ເຮົາ​ຈະ​ເອົາ​ເຈົ້າ​ຄືນ​ດ້ວຍ​ຄວາມຮັກ​ອັນ​ສຸດ​ຫົວໃຈ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ອີກ​ບໍ່ດົນ ເຮົາ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ ດິນແດນ​ກັບ​ນໍ້າ​ທະເລ.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອີກ​ບໍ່​ດົນ ບໍ່​ນານ​ເທົ່າ​ໃດ ພຣະອົງ​ຜູ້​ທີ່​ຈະ​ສະເດັດ​ມາ ກໍ​ຈະ​ສະເດັດ​ມາ ແລະ​ຈະ​ບໍ່​ຊັກຊ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka