Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:23 - ພຣະຄຳພີສັກສິ

23 ແມ່ນແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ທົ່ວ​ປະເທດ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ແລ້ວ​ນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 10:23
8 Jak'a apnaqawi uñst'ayäwi  

ພຣະອົງ​ເຮັດ​ໃຫ້​ເສິກ​ສົງຄາມ​ໃນ​ທົ່ວ​ໂລກ​ຢຸດຕິ​ລົງ ຫັກ​ຄັນທະນູ​ທຳລາຍ​ຫອກ​ແລະ​ຈູດ​ໂລ້.


ຢ່າ​ສູ່​ຫົວຂວັນ​ຕໍ່​ຄຳເຕືອນ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຖ້າ​ຫົວຂວັນ​ມັນ​ຈະ​ຮ້າຍແຮງ​ຫລາຍ​ຂຶ້ນ​ຈົນ​ພວກເຈົ້າ​ປົບໜີໄປ​ບໍ່ໄດ້. ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຕັດສິນໃຈ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເພື່ອ​ທຳລາຍ​ດິນແດນ​ທັງໝົດ​ແລ້ວ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ຜູ້ປົກຄອງ​ຄົນ​ນັ້ນ​ຈະ​ມີ​ຂໍ້​ຕົກລົງ​ຢ່າງ​ໜັກແໜ້ນ ກັບ​ຄົນ​ຈຳນວນ​ຫລາຍ​ເປັນ​ເວລາ​ເຈັດ​ປີ; ພໍ​ເມື່ອ​ສາມ​ປີ​ເຄິ່ງ​ຜ່ານ​ໄປ ລາວ​ຈະ​ສັ່ງ​ເລີກ​ບໍ່​ໃຫ້​ມີ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ. ເທິງ​ທີ່​ສູງສຸດ​ຂອງ​ພຣະວິຫານ​ນັ້ນ ຈະ​ມີ​ສິ່ງ​ແປກ​ປະຫລາດ​ອັນ​ໜ້າຢ້ານ ຕັ້ງ​ຢູ່ ແລະ​ມັນ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ຈົນເຖິງ​ເວລາ​ທີ່​ພຣະເຈົ້າ ເຮັດ​ໃຫ້​ຜູ້​ທີ່​ຕັ້ງ​ມັນ​ໄວ້​ນັ້ນ​ໄດ້​ພົບ​ຈຸດຈົບ.”


ດ້ວຍວ່າ, ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ດຳເນີນ​ການ​ເທິງ​ແຜ່ນດິນ​ໂລກ​ນີ້ ຕາມ​ການ​ຕັດສິນ​ຂອງ​ພຣະອົງ ໂດຍ​ໄວ​ແລະ​ຢ່າງ​ຄົບຖ້ວນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka