21 ມີຊາວອິດສະຣາເອນແຕ່ໜ້ອຍຄົນເທົ່ານັ້ນ ທີ່ຈະກັບຄືນມາຫາພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.
ຖ້າປະຊາຊົນຂອງພຣະອົງຜູ້ໃດທີ່ຢູ່ຕ່າງຖິ່ນຢາກກັບຄືນເມືອ ແລະຕ້ອງການຄວາມຊ່ວຍເຫລືອ ກໍໃຫ້ຄົນບ້ານໃກ້ເຮືອນຄຽງຊ່ວຍເຫລືອພວກເຂົາ. ຈົ່ງເອົາເງິນແລະຄຳ, ສະບຽງອາຫານ ແລະຝູງສັດ, ຕະຫລອດທັງເຄື່ອງບູຊາໃຫ້ພວກເຂົາ ເພື່ອຈະຖວາຍໃນວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ.”
ພຣະເຈົ້າຢາເວຈະລົງໂທດຊາວເອຢິບ, ແຕ່ຈະປິ່ນປົວພວກເຂົາໃຫ້ດີ. ພວກເຂົາຈະກັບມາຫາພຣະເຈົ້າຢາເວ ແລະພຣະອົງຈະຟັງຄຳພາວັນນາອະທິຖານ ແລະປິ່ນປົວພວກເຂົາໃຫ້ດີ.
ພວກທີ່ລອດຊີວິດຢູ່ໃນຢູດາຍຈະຮຸ່ງເຮືອງຂຶ້ນ ດັ່ງຕົ້ນໄມ້ທີ່ຢັ່ງຮາກລົງເລິກໃນພື້ນດິນ ແລະເກີດໝາກໄດ້ຫລາຍ.
ຈົ່ງຟັງເຮົາເທີ້ນ ເຊື້ອສາຍຂອງຢາໂຄບເອີຍ ຄືປະຊາຊົນທັງໝົດຂອງເຮົາທີ່ຍັງມີຊີວິດຢູ່ນັ້ນ. ເຮົາໄດ້ເບິ່ງແຍງພວກເຈົ້າແຕ່ໃດໆມາ ຄືຕອນທີ່ພວກເຈົ້າເກີດມາແຕ່ທ້ອງແມ່.
ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
ພຣະເຈົ້າຢາເວກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເຮົາຈະມາທີ່ນະຄອນເຢຣູຊາເລັມເພື່ອປ້ອງກັນພວກເຈົ້າ ແລະເພື່ອຊ່ວຍພວກເຈົ້າທຸກຄົນທີ່ຫັນໜີຈາກການບາບຂອງຕົນ.
ພຣະເຈົ້າຢາເວໄດ້ກ່າວແກ່ເອຊາຢາວ່າ, “ຈົ່ງນຳເສອາ-ຢາຊຸບ ລູກຊາຍຂອງເຈົ້າໄປພົບກະສັດອາຮາດ. ເຈົ້າຈະພົບລາວຕາມທາງໄປບ່ອນເຮັດແຜ່ນຜ້າ ຄືບ່ອນທີ່ນໍ້າໄຫລຈາກອ່າງມາສຸດທີ່ຮ່ອງ.
ເຖິງແມ່ນວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດສະຣາເອນແລ້ວກໍຕາມ; ແຕ່ພວກເຂົາກໍຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພຣະອົງ.
ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ພວກເຮົາແລ້ວ ພຣະອົງຈະຊົງນາມວ່າ, “ຜູ້ປຶກສາທີ່ອັດສະຈັນ” “ພຣະເຈົ້າຊົງຣິດ” “ພຣະບິດາສືບໄປ” “ອົງສັນຕິຣາດ”
ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະຄວາມຜິດໃນຢູດາ ເພາະເຮົາຈະຍົກໂທດໃຫ້ປະຊາຊົນທີ່ເຮົາໄດ້ໄວ້ຊີວິດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ປະຊາຊົນອິດສະຣາເອນເອີຍ ຈົ່ງກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຊູນສະດຸດແລະລົ້ມລົງ.
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
ຄວາມຈອງຫອງຂອງປະຊາຊົນອິດສະຣາເອນຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າມີເຫດຫລາຍປະການໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືສະແຫວງຫາພຣະອົງ.
ພວກເຂົາສືບຕໍ່ຫັນໜີຈາກເຮົາໄປຫາພະອື່ນທີ່ບໍ່ມີຣິດອຳນາດ. ພວກເຂົາເປັນຜູ້ທີ່ວາງໃຈບໍ່ໄດ້ເລີຍເໝືອນໜ້າທະນູຄົດ. ເພາະພວກຜູ້ນຳຂອງພວກເຂົາເວົ້າອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນ ແລະຊາວເອຢິບກໍຈະຫົວຂວັນພວກເຂົາ.”
ກ່ອນອື່ນ ຂ້ານ້ອຍໄດ້ປະກາດແກ່ປະຊາຊົນຢູ່ໃນເມືອງດາມັສກັດ ແລະຕໍ່ມາ ໃນນະຄອນເຢຣູຊາເລັມ ແລະໃນທົ່ວເຂດແຂວງຢູດາຍ ແລະແກ່ຄົນຕ່າງຊາດດ້ວຍ ໂດຍຮຽກຮ້ອງພວກເຂົາໃຫ້ຖິ້ມໃຈເກົ່າເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະປະພຶດຕົນສົມກັບການກັບໃຈໃໝ່.