ເອຊາຢາ 10:20 - ພຣະຄຳພີສັກສິ20 ເມື່ອເວລານັ້ນມາເຖິງ ປະຊາຊົນອິດສະຣາເອນທີ່ລອດຕາຍມາໄດ້ ຈະບໍ່ເພິ່ງພາອາໄສຊາດທີ່ເກືອບຈະທຳລາຍພວກເຂົາອີກຕໍ່ໄປ, ແຕ່ພວກເຂົາຈະໄວ້ວາງໃຈຢ່າງແທ້ຈິງໃນພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນ. Uka jalj uñjjattʼäta |
ອາສາໄດ້ພາວັນນາອະທິຖານຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງຊ່ວຍກອງທັບທີ່ອ່ອນແຮງໄດ້ຢ່າງ່າຍດາຍ ໃຫ້ເທົ່າກັບກອງທັບທີ່ມີກຳລັງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ ໂຜດຊ່ວຍຊູພວກຂ້ານ້ອຍດ້ວຍ ເພາະພວກຂ້ານ້ອຍເຊື່ອໝັ້ນໃນພຣະອົງແລະໃນນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງອອກມາສູ້ຮົບກອງທັບອັນໃຫຍ່ໂຕຢ່າງນີ້. ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ; ບໍ່ມີຜູ້ໃດເລີຍທີ່ຈະຫວັງຊະນະພຣະອົງໄດ້.”
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”