Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:2 - ພຣະຄຳພີສັກສິ

2 ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ງັດ​ຄົນ​ຍາກຈົນ​ບໍ່​ໃຫ້​ມີ​ສິດ​ຫຍັງ ທັງ​ບໍ່​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ຍຸດຕິທຳ​ດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ຢຶດເອົາ​ດິນດອນ​ຕ່ອນຫຍ້າ ທີ່​ເປັນ​ຂອງ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 10:2
24 Jak'a apnaqawi uñst'ayäwi  

ຂ້ອຍ​ບໍ່ເຄີຍ​ປະຕິເສດ​ຊ່ວຍເຫລືອ​ຄົນ​ຍາກຈົນ ຂ້ອຍ​ບໍ່ເຄີຍ​ປະ​ໃຫ້​ແມ່ໝ້າຍ​ສິ້ນຫວັງ​ຈັກເທື່ອ


ພວກເຂົາ​ຂ້າ​ແມ່ໝ້າຍ​ແລະ​ລູກກຳພ້າ​ທັງຫລາຍ ແລະ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ດິນແດນ​ດ້ວຍ.


ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ຍາກຈົນ ເມື່ອ​ມີ​ການ​ສືບສວນ​ໃນ​ສານ.


ຢ່າ​ເອົາ​ປຽບ​ຄົນທຸກ​ຍ້ອນ​ວ່າ​ເຈົ້າ​ໄດ້​ປຽບ​ພວກເຂົາ ຢ່າ​ເອົາ​ປຽບ​ຄົນ​ທີ່​ຖືກ​ນຳ​ຂຶ້ນ​ສານ​ໂດຍ​ບໍ່ມີ​ທາງ​ສູ້.


ຜູ້​ທີ່​ເອົາ​ປຽບ​ຢ່າງ​ໂຫດຫ້ຽມ​ຕໍ່​ຄົນທຸກ​ແລະ​ຄົນ​ຂັດສົນ​ນັ້ນ ຄື​ວິທີ​ໃຊ້​ຊີວິດ​ຂອງ​ເຂົາ ຄົນ​ຢ່າງນີ້​ກໍມີ.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ພຣະເຈົ້າ​ຈະ​ທຳລາຍ​ພວກ​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ, ພວກ​ທີ່​ປົກປ້ອງ​ຜູ້​ຂ້າຄົນ​ບໍ່​ໃຫ້​ຖືກ​ໂທດ ແລະ​ພວກ​ທີ່​ເວົ້າຕົວະ​ເພື່ອ​ບໍ່​ໃຫ້​ຄົນ​ສັດຊື່​ໄດ້​ຮັບ​ຄວາມ​ຍຸດຕິທຳ.


ພຣະເຈົ້າຢາເວ​ກຳລັງ​ນຳ​ຄົນ​ເຫຼົ່ານີ້​ມາ​ຕັດສິນ ຄື​ບັນດາ​ເຖົ້າແກ່​ແລະ​ບັນດາ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຟ້ອງ​ດັ່ງນີ້: “ພວກເຈົ້າ​ໄດ້​ປຸ້ນ​ເອົາ​ສວນອະງຸ່ນ ແລະ​ໃນ​ເຮືອນ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງຂອງ ທີ່​ພວກເຈົ້າ​ໄດ້​ຢຶດເອົາ​ມາ​ຈາກ​ຄົນ​ຍາກຈົນ.


ພວກເຈົ້າ​ບໍ່ມີ​ສິດ​ທີ່​ຈະ​ຢຽບຢໍ່າ​ປະຊາຊົນ​ຂອງເຮົາ ແລະ​ເອົາລັດ​ເອົາປຽບ​ຄົນ​ຍາກຈົນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫລະ.


ຄົນໂງ່​ກໍ​ເວົ້າ​ຢ່າງ​ໂງ່ໆ ແລະ​ຄິດ​ຫາ​ເຮັດ​ແຕ່​ສິ່ງ​ຊົ່ວໆ. ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ ເປັນ​ການ​ໝິ່ນປະໝາດ​ພຣະເຈົ້າຢາເວ​ທັງນັ້ນ ແລະ​ລາວ​ກໍ​ບໍ່ເຄີຍ​ໃຫ້​ອາຫານ​ແກ່​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ທີ່​ກະຫາຍ.


ແຕ່​ຍ້ອນ​ສິນຈ້າງ​ລາງວັນ ພວກເຈົ້າ​ປ່ອຍ​ໃຫ້​ຄົນຜິດ​ໜີໄປ​ລ້າໆ ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ບໍ່ມີຄວາມຜິດ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.


ເມື່ອ​ຄົນອື່ນ​ບໍ່​ຍອມ​ຮັບ​ເອົາ​ສິດ ທີ່​ພຣະອົງ​ໂຜດ​ປະທານ​ໃຫ້​ພວກເຮົາ​ນັ້ນ.


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ຂາຍ​ຄົນ​ສັດຊື່​ໃຫ້​ເປັນ​ທາດຮັບໃຊ້​ຍ້ອນ​ພວກເຂົາ​ບໍ່ມີ​ເງິນ​ຈ່າຍ​ໜີ້ ແລະ​ຍັງ​ຂາຍ​ຄົນ​ຍາກຈົນ​ຍ້ອນ​ບໍ່ມີ​ເງິນ​ຈ່າຍ​ຄ່າ​ເກີບ​ພຽງ​ຄູ່ດຽວ.


ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


Jiwasaru arktasipxañani:

Anuncios ukanaka


Anuncios ukanaka