19 ຕົ້ນໄມ້ພຽງບໍ່ທໍ່ໃດຕົ້ນເທົ່ານັ້ນຈະເຫຼືອຢູ່ ຊຶ່ງແມ່ນແຕ່ເດັກນ້ອຍກໍສາມາດນັບໄດ້.
ຄົນທີ່ລອດຊີວິດຈະຫາຍາກກວ່າຫາຄຳ.
ນັກຍິງໜ້າທະນູຜູ້ເກັ່ງທີ່ສຸດຂອງຊາວເກດາກໍຈະມີແຕ່ໜ້ອຍຄົນເຫຼືອຢູ່.” ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ແຫລະ.
ແຕ່ໝາກເຫັບຈະຕົກໃນປ່າ ແລະເມືອງກໍຈະເພພັງລົງ.
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
ແຕ່ມີໜ້ອຍຄົນເທົ່ານັ້ນໃນພວກເຈົ້າ ທີ່ຈະໜີພົ້ນຈາກຄວາມຕາຍ ແລະກັບຄືນຈາກເອຢິບມາສູ່ດິນແດນຢູດາຍ. ແລ້ວພວກທີ່ລອດຊີວິດມານັ້ນກໍຈະຮູ້ວ່າ ຄຳເວົ້າຂອງຜູ້ໃດກາຍເປັນຈິງ ຂອງເຮົາຫລືຂອງພວກເຂົາແທ້.’