Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:18 - ພຣະຄຳພີສັກສິ

18 ປ່າໄມ້ ແລະ​ທົ່ງໄຮ່​ທົ່ງນາ​ອັນ​ອຸດົມສົມບູນ​ຕ່າງໆ​ພຣະເຈົ້າຢາເວ​ຈະ​ທຳລາຍ​ກ້ຽງ ເໝືອນ​ດັ່ງ​ພະຍາດ​ອັນ​ຮ້າຍກາດ​ໄດ້​ທຳລາຍ​ມະນຸດ.

Uka jalj uñjjattʼäta Copia luraña




ເອຊາຢາ 10:18
10 Jak'a apnaqawi uñst'ayäwi  

ເຈົ້າ​ໄດ້​ສົ່ງ​ພວກ​ຜູ້ນຳຂ່າວ​ຂອງ​ເຈົ້າ​ໄປ​ເວົ້າ​ອວດ​ໃສ່​ເຮົາ​ວ່າ ດ້ວຍ​ກອງ​ລົດຮົບ​ທັງໝົດ ເຈົ້າ​ໄດ້​ໄປ​ຢຶດຄອງ​ພູສູງ​ເລບານອນ​ຫລາຍ​ໜ່ວຍ. ເຈົ້າ​ເວົ້າ​ອວດ​ວ່າ​ຢູ່​ທີ່​ນັ້ນ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ສູງສຸດ​ລົງ ແລະ​ຕົ້ນ​ແປກເທດ​ທີ່​ສວຍງາມ​ທີ່ສຸດ​ລົງ ແລະ​ບອກ​ວ່າ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ.


ເຮົາ​ໄດ້​ຮັບ​ຄຳ​ລາຍງານ​ກ່ຽວກັບ​ຄວາມ​ອວດອ້າງ​ຂອງເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ຂໍເກາະ​ດັງ​ເຈົ້າ ແລະ​ເອົາ​ເຫຼັກ​ງັບ​ປາກ​ເຈົ້າ ແລະ​ຈະ​ນຳ​ເຈົ້າ​ກັບຄືນ​ເມືອ​ທາງ​ເສັ້ນເກົ່າ.”’


ເຫດສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຈະ​ສົ່ງ​ພະຍາດ​ໂຣຄາ ມາ​ລົງໂທດ​ຄົນ​ທີ່​ຢູ່ດີ​ກິນດີ. ໃນ​ຕົນຕົວ​ຂອງ​ເຂົາ​ນັ້ນ​ຈະ​ມີ​ໄຟ​ທີ່​ໄໝ້​ຢູ່​ແລະ​ເຜົາຜານ.


ແຕ່​ໝາກເຫັບ​ຈະ​ຕົກ​ໃນ​ປ່າ ແລະ​ເມືອງ​ກໍ​ຈະ​ເພພັງ​ລົງ.


ເຈົ້າ​ໄດ້​ສົ່ງ​ຜູ້ຮັບໃຊ້​ຂອງ​ເຈົ້າ​ມາ​ຄຸຍໂມ້​ໃສ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເຈົ້າ​ໄດ້ກ່າວ​ວ່າ ດ້ວຍ​ລົດຮົບ​ທັງໝົດ​ເຈົ້າ​ໄດ້​ຕີ​ເອົາ​ພູເຂົາ​ໜ່ວຍ​ສູງ​ທີ່ສຸດ​ຂອງ​ເລບານອນ. ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຕັດ​ຕົ້ນແປກ​ທີ່​ງາມ​ທີ່ສຸດ ແລະ​ຕົ້ນ​ສົນ​ທີ່​ສູງ​ທີ່ສຸດ​ລົງ ແລະ​ທັງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເລິກ​ທີ່ສຸດ​ດ້ວຍ.


ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ເປັນ​ດັ່ງ​ກອງ​ໄຟ​ຢູ່​ໃນ​ປ່າ​ແລະ​ຢູ່​ຕາມ​ທົ່ງນາ​ທີ່​ມີ​ເຂົ້າ​ສຸກ​ເຕັມ​ຢູ່ ເພາະ​ພວກເຂົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ສ່ວນ​ປະຊາຊົນ​ເຢຣູຊາເລັມ​ນັ້ນ​ຈະ​ຢູ່​ໃນ​ນະຄອນ​ຢ່າງ​ປອດໄພ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka