ເອຊາຢາ 10:17 - ພຣະຄຳພີສັກສິ17 ພຣະເຈົ້າອົງເປັນແສງແຈ້ງຂອງຊາດອິດສະຣາເອນ ຈະເປັນໄຟນັ້ນ. ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນຈະເປັນແປວໄຟນັ້ນ ຊຶ່ງຈະເຜົາຜານທຸກໆສິ່ງພາຍໃນວັນດຽວເທົ່ານັ້ນ ແມ່ນແຕ່ຕົ້ນໜາມກັບພຸ່ມໜາມກໍດີ. Uka jalj uñjjattʼäta |
ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.”
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.