16 ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ກຳລັງຈະສົ່ງພະຍາດໂຣຄາ ມາລົງໂທດຄົນທີ່ຢູ່ດີກິນດີ. ໃນຕົນຕົວຂອງເຂົານັ້ນຈະມີໄຟທີ່ໄໝ້ຢູ່ແລະເຜົາຜານ.
ພຣະເຈົ້າຢາເວຈຶ່ງໃຊ້ເທວະດາຕົນໜຶ່ງມາຂ້າທະຫານ ແລະນາຍທະຫານຂອງກອງທັບອັດຊີເຣຍ. ສະນັ້ນ ກະສັດແຫ່ງອັດຊີເຣຍຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ. ມື້ໜຶ່ງ ເມື່ອເພິ່ນຍັງຢູ່ໃນວິຫານພະຂອງເພິ່ນ ລູກຊາຍເພິ່ນບາງຄົນໄດ້ໃຊ້ດາບສັງຫານເພິ່ນເສຍ.
ສະນັ້ນ ພຣະອົງຈຶ່ງໃຫ້ຕາມທີ່ພວກເພິ່ນໄດ້ຂໍ ແຕ່ໄດ້ສົ່ງພະຍາດອັນຮ້າຍແຮງມາໃນທ່າມກາງພວກເພິ່ນ.
ແລ້ວຄວາມໂກດຮ້າຍຂອງພຣະເຈົ້າກໍລະເບີດໃສ່ພວກເຂົາ ແລະຂ້າຊາຍສະກັນຊາວອິດສະຣາເອນທີ່ເກັ່ງກ້າທີ່ສຸດຖິ້ມ.
ປ່າໄມ້ ແລະທົ່ງໄຮ່ທົ່ງນາອັນອຸດົມສົມບູນຕ່າງໆພຣະເຈົ້າຢາເວຈະທຳລາຍກ້ຽງ ເໝືອນດັ່ງພະຍາດອັນຮ້າຍກາດໄດ້ທຳລາຍມະນຸດ.
“ເມື່ອວັນນັ້ນມາເຖິງ ຄວາມຍິ່ງໃຫຍ່ຂອງຊາດອິດສະຣາເອນຈະເຖິງຈຸດຈົບ ແລະຄວາມຮັ່ງມີກໍຈະປ່ຽນເປັນຄວາມທຸກລຳບາກ.
ຂ້າແດ່ພຣະເຈົ້າຢາເວ ເຫຼົ່າສັດຕູບໍ່ຮູ້ວ່າພຣະອົງຈະລົງໂທດພວກເຂົາ ໃຫ້ຖືກອັບອາຍແລະຮັບທຸກ ຈົ່ງໃຫ້ພວກເຂົາໄດ້ຮັບໂທດທີ່ພຣະອົງຕຽມໄວ້ນັ້ນສາ ໃຫ້ເຫັນວ່າພຣະອົງຮັກປະຊາຊົນຂອງພຣະອົງ.
ຈັກກະພັດຂອງພວກເຂົາຈະແລ່ນປົບໜີໄປດ້ວຍຄວາມຢ້ານອັນໃຫຍ່ ແລະບັນດານາຍທະຫານຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມທຸງສູ້ຮົບປົບໜີໄປ.” ພຣະເຈົ້າຢາເວອົງທີ່ພວກເຈົ້ານະມັດສະການຢູ່ໃນນະຄອນເຢຣູຊາເລັມ ແລະອົງທີ່ພວກເຈົ້າເຜົາເຄື່ອງບູຊາຖວາຍຢູ່ໃນທີ່ນັ້ນໄດ້ກ່າວດັ່ງນີ້ແຫລະ.
ເຮົາໄດ້ຮັບລາຍງານເຖິງຄວາມໂກດແຄ້ນ ແລະຄວາມຈອງຫອງຂອງເຈົ້າ; ບັດນີ້ ເຮົາຈະເອົາເບັດເກາະດັງເຈົ້າ, ຈະເອົາບັງຫຽນໃສ່ປາກເຈົ້າ ແລະພາກັບຄືນໄປທາງເກົ່າທີ່ເຈົ້າມາ.”
ຕໍ່ມາ ເທວະດາຕົນໜຶ່ງຂອງພຣະເຈົ້າຢາເວໄດ້ເຂົ້າໄປ ທີ່ຄ້າຍພັກຂອງກອງທັບອັດຊີເຣຍ ແລະຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ. ພໍເຊົ້າຂອງວັນໃໝ່ ພວກເຂົາທັງໝົດກໍນອນຕາຍເດຍລະດາດຢູ່ທີ່ນັ້ນ
ໃນເມືອງທີ່ຮົກຮ້າງເພພັງນັ້ນ ແກະນ້ອຍຈະມີຫຍ້າກິນ ແລະແບ້ນ້ອຍກໍຈະພົບທົ່ງຫຍ້າ.
ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຈະໃຫ້ກະສັດອັດຊີເຣຍພ້ອມກອງທັບທັງໝົດຂອງລາວ ມາໂຈມຕີຢູດາຍ. ກອງທັບນີ້ຈະບຸກໜ້າໄປດັ່ງແມ່ນໍ້າເອີຟຣັດໄຫລນອງລົ້ນຕາຝັ່ງ.
ເພາະພຣະອົງໄດ້ຫັກແອກທີ່ເປັນພາລະໜັກ ແລະຫັກໄມ້ແສ້ທີ່ໃຊ້ຕີບ່າພວກເຂົານັ້ນ. ພຣະອົງໄດ້ເອົາຊະນະຊົນຊາດທັງຫລາຍ ທີ່ໄດ້ກົດຂີ່ຫາປະໂຫຍດນຳຄົນຂອງພຣະເຈົ້າ ດັ່ງພຣະອົງໄດ້ເອົາຊະນະແຕ່ດົນນານຜ່ານມາ ຄືກອງທັບມີດີອານແຕ່ດົນນານມາແລ້ວ.
ເກີບທຸກຄູ່ທັງເສື້ອທີ່ເປິເປື້ອນດ້ວຍເລືອດທຸກໂຕ ຂອງສັດຕູທີ່ຮຸກຮານຈະຖືກເຜົາໄຟທັງສິ້ນ.
ແຕ່ເຮົາຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະໄຟຈະໄໝ້ເຜົາຜານທຸກສິ່ງທີ່ຢູ່ອ້ອມນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຊາຍໂມອາບ ເປັນຫຍັງຈຶ່ງວ່າເປັນຊ່ຽວຊານການລົບ ເປັນຜູ້ອົງອາດກ້າຫານທີ່ຜ່ານເສິກມາແລ້ວ?
ເຮົາຈະຊອກຫາແກະໂຕທີ່ຫລົງເສຍໄປ, ຈະນຳແກະໂຕທີ່ຊັດເຊພະເນຈອນໄປນັ້ນກັບຄືນມາ, ຈະພັນບາດແຜໂຕທີ່ໄດ້ຖືກທຳຮ້າຍ ແລະຈະປິ່ນປົວໂຕທີ່ເຈັບໂຊ, ແຕ່ໂຕໃດທີ່ຕຸ້ຍພີດີ ແລະແຂງແຮງ ເຮົາຈະທຳລາຍ ເພາະເຮົາເປັນຜູ້ລ້ຽງທີ່ເຮັດໃນສິ່ງທີ່ຖືກຕ້ອງ.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ເຖິງແມ່ນວ່າຊາວອັດຊີເຣຍແຂງແຮງ ແລະມີຈຳນວນຫລວງຫລາຍກໍຕາມ ພວກເຂົາກໍຈະຖືກທຳລາຍແລະຈະດັບສູນໄປ. ປະຊາຊົນຂອງເຮົາເອີຍ ເຮົາໄດ້ເຮັດໃຫ້ເຈົ້າທົນທຸກທໍລະມານ ແຕ່ເຮົາຈະບໍ່ເຮັດຕໍ່ໄປອີກ.
ພຣະອົງຈະໃຊ້ອຳນາດຂອງພຣະອົງເພື່ອທຳລາຍເມືອງທາງທິດເໜືອຄືອັດຊີເຣຍ. ພຣະອົງຈະເຮັດໃຫ້ນີເນເວເປັນເມືອງຮົກຮ້າງເພພັງ ຄືເປັນຖິ່ນແຫ້ງແລ້ງກັນດານທີ່ແຫ້ງແລ້ງ.
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້າ.
ໃນທັນໃດນັ້ນ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ລົງໂທດເຮໂຣດໃຫ້ລົ້ມລົງ ເພາະເພິ່ນບໍ່ໄດ້ຍົກຍໍໃຫ້ກຽດພຣະເຈົ້າ, ແລ້ວເກີດມີຕົວໜອນກັດກິນຮ່າງກາຍຂອງເພິ່ນຈົນເສຍຊີວິດ.