Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:15 - ພຣະຄຳພີສັກສິ

15 ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”

Uka jalj uñjjattʼäta Copia luraña




ເອຊາຢາ 10:15
9 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ພວກເຂົາ​ປ່ຽນ​ທຸກສິ່ງ​ຈາກ​ໜ້າມື​ເປັນ​ຫລັງ​ມື. ແມ່ນຫຍັງ​ສຳຄັນ​ກວ່າກັນ ຜູ້​ປັ້ນໝໍ້​ຫລື​ດິນດາກ? ສິ່ງ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ນັ້ນ​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່ໄດ້​ສ້າງ​ຂ້ອຍ​ມາ​ໃດ!” ຫລື​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່​ຮູ້​ດອກ​ວ່າ​ເຈົ້າ​ກຳລັງ​ເຮັດ​ຫຍັງ?”


ເຈົ້າ​ຄິດ​ວ່າ​ເຈົ້າ​ເວົ້າ​ໝິ່ນປະໝາດ​ຜູ້ໃດ? ແລະ​ໄດ້​ປ້ອຍດ່າ​ຜູ້ໃດ? ເຈົ້າ​ໄດ້​ຂື້ນສຽງ​ຕໍ່ສູ້​ຜູ້ໃດ? ແລະ​ແຫງນ​ຕາ​ທີ່​ໂອ້ອວດ​ຂອງເຈົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ບໍຣິສຸດ​ແຫ່ງ​ຊາດ​ອິດສະຣາເອນ.


ໝໍ້ດິນ​ຈະ​ກ້າ​ໂຕ້ແຍ້ງ​ກັບ​ຊ່າງ​ປັ້ນໝໍ້​ໄດ້​ບໍ? ໝໍ້ດິນ​ໜ່ວຍ​ໜຶ່ງ​ກໍ​ເປັນ​ດັ່ງ​ໝໍ້ດິນ​ໜ່ວຍ​ອື່ນໆ ດິນດາກ​ຖາມ​ຊ່າງ​ປັ້ນໝໍ້​ວ່າ​ເຮັດ​ຫຍັງ​ຢູ່​ໄດ້​ບໍ? ໝໍ້ດິນ​ຈົ່ມ​ໃຫ້​ຊ່າງ​ປັ້ນໝໍ້​ວ່າ​ບໍ່ໄດ້​ເລື່ອງ​ໄດ້​ບໍ່?


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຈ້າງ​ເອົາ​ຊ່າງ​ຕັດຜົມ​ມາ​ຈາກ​ແມ່ນໍ້າ​ເອີຟຣັດ​ຟາກ​ໜຶ່ງ ຄື​ຈັກກະພັດ​ອັດຊີເຣຍ ເພິ່ນ​ຈະ​ແຖ​ຜົມ​ທີ່​ເທິງ​ຫົວ ແຖ​ໜວດ​ທັງ​ແຖ​ຂົນ​ຕາມ​ຕົນຕົວ​ຂອງ​ເຈົ້າ​ຖິ້ມ.


ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka