Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 10:14 - ພຣະຄຳພີສັກສິ

14 ຊົນຊາດ​ຕ່າງໆ​ໃນ​ໂລກນີ້​ເປັນ​ດັ່ງ​ຮັງ​ນົກ ແລະ​ເຮົາ​ໄດ້​ກວາດ​ເອົາ​ຊັບສົມບັດ​ຂອງ​ພວກເຂົາ ງ່າຍ​ເທົ່າກັບ​ກວາດ​ເອົາ​ໄຂ່. ບໍ່ມີ​ຜູ້ໃດ​ອາດ​ໃຊ້​ປີກ​ມາ​ພັດ​ເຮົາ​ໃຫ້​ຢ້ານກົວ​ໄດ້; ບໍ່ມີ​ຜູ້ໃດ​ກ້າ​ອ້າ​ປາກ​ຮ້ອງ​ໃສ່​ເຮົາ​ໄດ້.”

Uka jalj uñjjattʼäta Copia luraña




ເອຊາຢາ 10:14
14 Jak'a apnaqawi uñst'ayäwi  

ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ບັນພະບຸລຸດ​ຂອງເຮົາ​ແລະ​ເຮົາ​ເອງ ໄດ້​ເຮັດ​ຕໍ່​ຊົນຊາດ​ອື່ນ​ຢ່າງໃດ? ພະ​ຂອງ​ຊົນຊາດ​ອື່ນໆ​ຊ່ວຍ​ປະຊາຊົນ​ຂອງ​ພວກເຂົາ ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ໄດ້​ບໍ?


ຂ້ອຍ​ບໍ່ໄດ້​ຊົມຊື່ນ​ຍ້ອນ​ຊັບສົມບັດ​ທີ່​ຂ້ອຍ​ມີ ຄື​ໃນ​ເຄື່ອງຂອງ​ທັງຫລາຍ​ທີ່​ຂ້ອຍ​ມີ​ຢູ່​ນັ້ນ.


ການ​ອວດດີ​ນັ້ນ​ນຳ​ຄົນ​ໄປ​ສູ່​ໄພພິບັດ ການ​ຖ່ອມຕົວ​ນຳ​ຄົນ​ໃຫ້​ມີ​ກຽດ.


ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.


ເຈົ້າ​ຄຸຍໂມ້​ວ່າ​ເຈົ້າ​ໄດ້​ຂຸດ​ນໍ້າສ້າງ ແລະ​ດື່ມ​ນໍ້າ​ໃນ​ດິນແດນ​ຕ່າງດ້າວ ແລະ​ທັງ​ຄຸຍ​ອີກ​ວ່າ​ທະຫານ​ຂອງ​ເຈົ້າ​ໄດ້​ຢຽບ​ແມ່ນໍ້ານິນ ຈົນ​ແຫ້ງ.


ວິບັດ​ເປັນ​ຂອງ​ພວກເຈົ້າ​ສາແລ້ວ ພວກເຈົ້າ​ຊື້​ເຮືອນ​ຕື່ມ​ອີກ​ຫລາຍ​ຫລັງ ແລະ​ຊື້​ນາ​ຕື່ມ​ອີກ​ຫລາຍ​ທົ່ງ ເພີ່ມ​ກັບ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່. ບໍ່​ດົນ​ກໍ​ຈະ​ບໍ່ມີ​ບ່ອນ​ສຳລັບ​ຄົນອື່ນ​ຢູ່ ແລະ​ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ຈະ​ຢູ່​ໃນ​ດິນແດນ.


ການ​ອວດດີ​ຂອງ​ເຈົ້າ​ນັ້ນ​ໄດ້​ຫລອກລວງ​ເຈົ້າເອງ. ບໍ່ມີ​ຜູ້ໃດ​ຢ້ານກົວ​ເຈົ້າ​ດັ່ງ​ທີ່​ເຈົ້າ​ໄດ້​ຄິດໄວ້. ເຖິງ​ແມ່ນ​ວ່າ​ເຈົ້າ​ຕັ້ງ​ຢູ່​ເທິງ​ຫີນ​ຜາ​ສູງ ຄື​ຢູ່​ເທິງ​ຈອມພູ​ກໍຕາມ; ແຕ່​ເຖິງ​ແມ່ນ​ວ່າ​ເຈົ້າ​ບິນ​ສູງ​ດັ່ງ​ນົກອິນຊີ​ກໍດີ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຈະ​ດຶງ​ເຈົ້າ​ລົງ​ມາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້ຍິນ​ຄຳເວົ້າ​ໂອ້ອວດ​ອັນ​ປ່າເຖື່ອນ​ທີ່​ເຈົ້າ​ໄດ້​ກ່າວ​ຕໍ່ສູ້​ເຮົາ.


ເຖິງ​ວ່າ​ເຈົ້າ​ນັ້ນ​ສ້າງ​ເຮືອນ​ຂອງເຈົ້າ​ຂຶ້ນມາ ສູງ​ເທົ່າ​ກັບ​ຮັງ​ຂອງ​ນົກອິນຊີ​ກໍຕາມ ເພື່ອ​ໃຫ້​ປາກົດ​ເຫັນ​ຄື​ວ່າ​ຢູ່​ທ່າມກາງ​ດວງດາວ ເຖິງ​ຢ່າງ​ນັ້ນ​ກໍຕາມ ເຮົາ​ຈະ​ດືງ​ເຈົ້າ​ລົງ​ໃຫ້​ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ປຸ້ນ​ເອົາ​ເງິນ​ເຖີດ ຈົ່ງ​ປຸ້ນ​ເອົາ​ຄຳ​ໄປ ເພາະ​ຊັບສົມບັດ​ກໍ​ມີ​ເຕັມ​ທົ່ວໄປ​ໃນ​ເມືອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka