ເອຊາຢາ 10:13 - ພຣະຄຳພີສັກສິ13 ຈັກກະພັດອັດຊີເຣຍເວົ້າອວດວ່າ, “ເຮົາໄດ້ເຮັດສິ່ງທັງໝົດນັ້ນ ໂດຍເຮົາເອງ. ເຮົາເຂັ້ມແຂງ ແລະສະຫລາດຫລັກແຫລມ. ເຮົາໄດ້ລຶບເຂດແດນລະຫວ່າງຊົນຊາດຕ່າງໆ ແລະຢຶດເອົາເຂົ້າຂອງທີ່ພວກເຂົາໄດ້ສະສົມໄວ້. ເຮົາໄດ້ຢຽບຢໍ່າປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ ດັ່ງງົວກະທິງໂຕໜຶ່ງ. Uka jalj uñjjattʼäta |
ກະສັດອັດຊີເຣຍໄດ້ນຳເອົາປະຊາຊົນແຕ່ເມືອງຕ່າງໆຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອີວາ, ເມືອງຮາມັດ ແລະເມືອງເສຟາກວາອິມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງໆຂອງນະຄອນຊາມາເຣຍ ແທນພວກອິດສະຣາເອນທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະອາໄສຢູ່ໃນເມືອງເຫຼົ່ານີ້.
ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ.
ຈົນກວ່າຂ້າພະເຈົ້າຈະຈັດຫາບ່ອນໃຫ້ພວກທ່ານຕັ້ງຖິ່ນຖານຢູ່ໃນປະເທດໜຶ່ງ ຊຶ່ງຄ້າຍຄືກັບປະເທດຂອງພວກທ່ານເອງ ບ່ອນທີ່ມີສວນອະງຸ່ນເພື່ອເຮັດເຫຼົ້າອະງຸ່ນ ແລະມີເຂົ້າເພື່ອເຮັດເຂົ້າຈີ່; ເປັນດິນແດນແຫ່ງໝາກກອກເທດ, ນໍ້າມັນໝາກກອກ ແລະນໍ້າເຜິ້ງ. ຖ້າພວກທ່ານປະຕິບັດຕາມຄຳສັ່ງຂອງເພິ່ນ ພວກທ່ານກໍຈະບໍ່ຕາຍແຕ່ມີຊີວິດຢູ່. ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກທ່ານໃຫ້ຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກທ່ານ.
ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ກະສັດປູນແຫ່ງອັດຊີເຣຍ (ມີຊື່ອື່ນອີກວ່າ ຕີກະລາດປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ ແລະໃຫ້ພວກເຂົາໄດ້ຕັ້ງຫຼັກແຫຼ່ງຢູ່ໃນຮາລາ, ຮາບໍ ແລະຮາຣາ ແລະຕາມລຳແມ່ນໍ້າໂກຊານຈົນເຖິງທຸກວັນນີ້.