11 ເຮົາໄດ້ທຳລາຍນະຄອນຊາມາເຣຍກັບຮູບເຄົາຣົບທັງໝົດຖິ້ມ ແລະເຮົາກໍຈະເຮັດຄືກັນຕໍ່ນະຄອນເຢຣູຊາເລັມ ແລະຕໍ່ບັນດາຮູບພະ ທີ່ຄົນໄດ້ຂາບໄຫວ້ຢູ່ໃນນະຄອນນີ້.”
ບັນດາພະຂອງຊົນຊາດອື່ນໆ ຊ່ວຍປະເທດຂອງພວກເຂົາຈາກກະສັດແຫ່ງອັດຊີເຣຍໄດ້ບໍ?
ເພິ່ນໄດ້ຢຶດເມືອງຕ່າງໆທີ່ມີປ້ອມປ້ອງກັນໃນຢູດາຍ ແລະບຸກໜ້າໄປຈົນເຖິງນະຄອນເຢຣູຊາເລັມ.
ດິນແດນຂອງພວກເຂົາເຕັມໄປດ້ວຍຮູບເຄົາຣົບ ແລະຕ່າງກໍຂາບໄຫວ້ວັດຖຸທີ່ຖືກສ້າງຂຶ້ນດ້ວຍມືຂອງພວກເຂົາເອງ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ມີຄົນອື່ນປົກຄອງພວກຂ້ານ້ອຍ ແຕ່ພວກຂ້ານ້ອຍຍອມຮັບນາມຊື່ຂອງພຣະອົງອົງດຽວເປັນອົງພຣະຜູ້ເປັນເຈົ້າ.
ຢ່າຍອມໃຫ້ເຮເຊກີຢາເຮັດໃຫ້ພວກເຈົ້າຕົກໂງ່ ໂດຍຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກເຈົ້າ. ບັນດາພະຂອງຊົນຊາດອື່ນ ຊ່ວຍເຫລືອປະເທດຂອງພວກເຂົາຈາກກະສັດແຫ່ງອັດຊີເຣຍໄດ້ບໍ?
ທັງໄດ້ຈູດບັນດາພະຂອງພວກເຂົາຖິ້ມຊຶ່ງບໍ່ແມ່ນພຣະແທ້, ແຕ່ເປັນພຽງຮູບໄມ້ ແລະຫີນທີ່ມືມະນຸດໄດ້ເຮັດຂຶ້ນເທົ່ານັ້ນ.
ເອື້ອຍກົກຂອງເຈົ້າແມ່ນຊາມາເຣຍຄືຢູ່ທາງທິດເໜືອ ໄດ້ມີໝູ່ບ້ານຂອງຕົນເອງ. ສ່ວນນ້ອງສາວຂອງເຈົ້າແມ່ນໂຊໂດມຄືຢູ່ທາງທິດໃຕ້ ກໍມີໝູ່ບ້ານຂອງຕົນເອງ.