ເອຊາຢາ 10:1 - ພຣະຄຳພີສັກສິ1 ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເຮັດກົດໝາຍອັນບໍ່ຍຸດຕິທຳເພື່ອກົດຂີ່ປະຊາຊົນຂອງເຮົາ. Uka jalj uñjjattʼäta |
ວ່າ, “ວິບັດແກ່ເຈົ້າ ເມືອງໂຂຣາຊິນເອີຍ ວິບັດແກ່ເຈົ້າ ເມືອງເບັດສາອີດາກໍເໝືອນກັນ ການອັດສະຈັນທີ່ໄດ້ຖືກກະທຳໃນທ່າມກາງພວກເຈົ້າ ຖ້າໄດ້ຖືກກະທຳທີ່ເມືອງຕີເຣແລະເມືອງຊີໂດນແລ້ວ ປະຊາຊົນໃນເມືອງທັງສອງນີ້ກໍຄົງຈະຖິ້ມໃຈເກົ່າເອົາໃຈໃໝ່ ນຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະເອົາຂີ້ເຖົ່າໂຮຍໃສ່ຫົວແຕ່ດົນນານແລ້ວ
“ວິບັດແກ່ເຈົ້າ ພວກທຳມະຈານແລະພວກຟາຣີຊາຍເອີຍ ຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ພວກເຈົ້າແບ່ງຜັກຫອມລາບ, ຜັກຊີ ແລະຂີ້ໝິ້ນເປັນສິບສ່ວນ ເອົາສ່ວນໜຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງກົດບັນຍັດ ຄືຄວາມຍຸດຕິທຳ, ຄວາມເມດຕາ, ຄວາມສັດຊື່ນັ້ນໄດ້ປະເສຍ ແມ່ນສິ່ງເຫຼົ່ານີ້ແຫຼະ ທີ່ພວກເຈົ້າຄວນປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ.