ເອຊາຢາ 1:9 - ພຣະຄຳພີສັກສິ9 ຖ້າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໄດ້ໂຜດບາງຄົນໃຫ້ລອດຊີວິດຢູ່ແລ້ວ ນະຄອນເຢຣູຊາເລັມກໍຈະຖືກທຳລາຍກ້ຽງດັ່ງເມືອງໂຊໂດມແລະໂກໂມຣາ. Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນສູງຂອງເພິ່ນ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໄດ້ຍິນຄຳໝິ່ນປະໝາດນີ້ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານລົງໂທດຜູ້ທີ່ກ່າວດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ສຳລັບປະຊາຊົນຂອງພວກເຮົາທີ່ລອດຊີວິດຢູ່ນີ້ດ້ວຍເທີ້ນ.”
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.
ເພາະສະນັ້ນ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ມີຊີວິດຢູ່ຢ່າງແນ່ແທ້ສັນໃດ ເຮົາຂໍສາບານວ່າ ໂມອາບແລະອຳໂມນຈະຖືກທຳລາຍສັນນັ້ນ ດັ່ງເມືອງໂຊໂດມແລະໂກໂມຣາ. ເມືອງເຫຼົ່ານີ້ຈະກາຍເປັນບໍ່ເກືອ ແລະຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະມີແຕ່ຫຍ້າເກີດຂຶ້ນທົ່ວໄປ. ປະຊາຊົນຂອງເຮົາຜູ້ທີ່ລອດຊີວິດຈະປຸ້ນສະດົມເມືອງຕ່າງໆ ແລະຢຶດເອົາດິນແດນຂອງພວກເຂົາ.”