Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:7 - ພຣະຄຳພີສັກສິ

7 ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.

Uka jalj uñjjattʼäta Copia luraña




ເອຊາຢາ 1:7
37 Jak'a apnaqawi uñst'ayäwi  

ຍ້ອນ​ກະສັດ​ອາຮາດ​ໄດ້​ເຮັດ​ບາບ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ຈຶ່ງ​ໄດ້​ໃຫ້​ກະສັດ​ຊີເຣຍ​ຮົບ​ຊະນະ​ເພິ່ນ ແລະ​ນຳ​ເອົາ​ຊາວ​ຢູດາ​ຈຳນວນ​ຫລວງຫລາຍ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ດາມັສກັດ. ພຣະອົງ​ໄດ້​ໃຫ້​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ ຮົບ​ຊະນະ​ອາຮາດ​ຄືກັນ


ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ເມື່ອ​ໄພ່ພົນ​ຂອງ​ພຣະເຈົ້າ​ພ່າຍແພ້​ແລະ​ອັບອາຍ ຍ້ອນ​ຖືກ​ກົດຂີ່​ຢ່າງ​ທາລຸນ​ແລະ​ຖືກ​ທົນທຸກ.


ຂໍ​ໃຫ້​ເຈົ້າໜີ້​ຂົນ​ເອົາ​ຊັບສິນ​ທີ່​ເຂົາ​ມີ​ໜີໄປ​ໝົດ ໃຫ້​ຄົນ​ແປກໜ້າ​ຂົນ​ເອົາ​ທຸກສິ່ງ​ທີ່​ເຂົາ​ຫາ​ມາ​ໄດ້.


ມີ​ແຕ່​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ​ທີ່​ເຫຼືອ​ຢູ່; ແຕ່​ພັດ​ເປັນ​ເມືອງ​ທີ່​ຖືກ​ປິດລ້ອມ, ຂາດ​ສິ່ງ​ປ້ອງກັນ ແລະ​ເປັນ​ດັ່ງ​ຕູບ​ຂອງ​ຄົນ​ເຝົ້າ​ສວນອະງຸ່ນ ຫລື​ເປັນ​ດັ່ງ​ຖຽງໄຮ່​ຂອງ​ສວນ​ໝາກແຕງກວາ​ທີ່​ບໍ່ມີ​ຄົນ​ເຝົ້າ.


ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.


ແມ່ນໍ້າ​ຕ່າງໆ​ຂອງ​ເອໂດມ​ຈະ​ກາຍເປັນ​ນໍ້າມັນ​ດິນ ແລະ​ຂີ້ດິນ​ກໍ​ຈະ​ກາຍເປັນ​ມາດ​ທີ່​ໄໝ້​ເຜົາຜານ​ທົ່ວ​ປະເທດ.


ປະເທດ​ຂອງເຈົ້າ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແຕ່​ບັດນີ້ ຈະ​ແຄບ​ເກີນ​ໄປ​ສຳລັບ​ຜູ້​ທີ່​ກັບ​ມາ​ບ້ານ. ພວກ​ທີ່​ໄດ້​ປະ​ເຈົ້າ​ໄວ້​ໃຫ້​ຮົກຮ້າງ​ເພພັງ ກໍ​ຈະ​ຖືກ​ຍົກຍ້າຍ​ອອກ​ໄປ​ໃຫ້​ຫ່າງໄກ​ຈາກ​ເຈົ້າ.


ໃນ​ເມືອງ​ທີ່​ຮົກຮ້າງ​ເພພັງ​ນັ້ນ ແກະນ້ອຍ​ຈະ​ມີ​ຫຍ້າ​ກິນ ແລະ​ແບ້​ນ້ອຍ​ກໍ​ຈະ​ພົບ​ທົ່ງຫຍ້າ.


ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.


ພຣະເຈົ້າຢາເວ​ໄດ້​ເຮັດ​ສັນຍາ​ໜຶ່ງ​ອັນ​ໜັກແໜ້ນ​ໄວ້ ແລະ​ຈະ​ເຮັດ​ຕາມ​ນັ້ນ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ: “ເຂົ້າ​ຂອງເຈົ້າ​ຈະ​ບໍ່​ເປັນ​ອາຫານ​ແກ່​ສັດຕູ​ອີກ​ຕໍ່ໄປ ຄົນຕ່າງດ້າວ​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຂອງເຈົ້າ​ອີກ.


ເມືອງ​ອັນ​ສັກສິດ​ຂອງ​ພຣະອົງ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ນະຄອນ​ເຢຣູຊາເລັມ​ຮົກຮ້າງ​ເພພັງ


ຄວາມ​ຊົ່ວຮ້າຍ​ຂອງ​ປະຊາຊົນ​ເຫຼົ່ານີ້​ໄດ້​ລຸກ​ຂຶ້ນ​ເປັນ​ແປວໄຟ ລາມ​ໄປ​ທຳລາຍ​ພຸ່ມໄມ້​ໃຫຍ່​ແລະ​ນ້ອຍ​ຖິ້ມ. ມັນ​ຈະ​ໄໝ້​ລາມ​ເປັນ​ແຖວ​ດັ່ງ​ໄຟ​ໄໝ້​ປ່າ​ທີ່​ມີ​ຄວັນ​ໃຫຍ່​ພຸ່ງ​ຂຶ້ນ.


ເກີບ​ທຸກ​ຄູ່​ທັງ​ເສື້ອ​ທີ່​ເປິເປື້ອນ​ດ້ວຍ​ເລືອດ​ທຸກ​ໂຕ ຂອງ​ສັດຕູ​ທີ່​ຮຸກຮານ​ຈະ​ຖືກ​ເຜົາ​ໄຟ​ທັງສິ້ນ.


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ຊັບສິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຢູ່​ໃນ​ກຳມື​ຂອງ​ຄົນ​ແປກໜ້າ​ໝົດ ຄົນຕ່າງຊາດ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ.


ຍ້ອນ​ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ເຜົ່າ​ຕ່າງໆ ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ພວກເຈົ້າ. ພວກເຂົາ​ຈະ​ຕັ້ງ​ຄ້າຍ​ໃສ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ກິນ​ໝາກໄມ້ ແລະ​ດື່ມ​ນໍ້ານົມ​ທີ່​ຄວນ​ເປັນ​ຂອງ​ພວກເຈົ້າ.


ເຮົາ​ຈະ​ເຮັດ​ໃຫ້​ແມ່ນໍ້ານິນ​ແຫ້ງ ແລະ​ຈະ​ມອບ​ເອຢິບ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຄົນຊົ່ວຮ້າຍ. ຊາວ​ຕ່າງດ້າວ​ຈະ​ທຳລາຍ​ລ້າງຜານ​ທັງໝົດ​ປະເທດ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ແລະ​ບໍ່​ຄິດວ່າ​ການ​ເພິ່ງ​ຊາວ​ຕ່າງຊາດ​ນັ້ນ ໄດ້​ປຸ້ນ​ເອົາ​ເຫື່ອແຮງ​ຂອງ​ພວກ​ຕົນ​ໄປ. ວັນ​ຂອງ​ພວກເຂົາ​ກໍ​ຖືກ​ນັບ​ໄວ້​ແລ້ວ​ແຕ່​ພວກເຂົາ​ບໍ່​ຮູ້ຈັກ.


ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ແລ້ວ​ທີ່ດິນ​ກໍ​ຈະ​ດີອົກ​ດີໃຈ​ກັບ​ປີ​ຊະບາໂຕ​ພັກຜ່ອນ​ຢ່າງ​ແທ້ຈິງ ຊຶ່ງ​ພວກເຈົ້າ​ບໍ່​ສາມາດ​ຢິບ​ຍື່ນໃຫ້​ໄດ້ ຕະຫຼອດ​ເວລາ​ທີ່ດິນ​ນັ້ນ​ຖືກ​ປະ​ໄວ້​ໃຫ້​ຮົກຮ້າງ​ຫວ່າງເປົ່າ ໃນ​ຂະນະທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ. ເມື່ອນັ້ນ​ແຜ່ນດິນ​ຈະ​ໄດ້​ພັກຜ່ອນ ແລະ​ຊົມຊື່ນ​ຍິນດີ​ກັບ​ປີ​ຊະບາໂຕ.


ເຮົາ​ຈະ​ທຳລາຍ​ເມືອງ​ທັງຫລາຍ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ທັບມ້າງ​ຄ້າຍ​ປ້ອງກັນ​ທັງໝົດ​ຂອງ​ພວກເຈົ້າ.


ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງມື ເຮັດ​ໃຫ້​ພວກເຈົ້າ​ເຖິງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ຍ້ອນ​ພວກເຈົ້າ​ເຮັດ​ບາບ.


ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.


ຊາວ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ມີ​ອຳນາດ​ຫລາຍ​ຂຶ້ນ ແຕ່​ຂະນະດຽວ​ກັນນັ້ນ ອຳນາດ​ຂອງ​ພວກເຈົ້າ​ຈະ​ໜ້ອຍ​ລົງ.


ໄຮ່​ນາ​ຈະ​ແຫ້ງແລ້ງ​ແລະ​ແຂງ​ເປັນ​ດິນ​ດາກ​ປົນ​ເກືອ ຈະ​ປູກ​ສິ່ງໃດ​ໃສ່​ດິນ​ນັ້ນ​ກໍ​ບໍ່ໄດ້ ແລະ​ແມ່ນແຕ່​ຫຍ້າ​ກໍ​ຈະ​ບໍ່​ເກີດຂຶ້ນ​ເລີຍ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ເມືອງ​ອັດມາ​ແລະ​ເຊບົວອິມ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ທຳລາຍ ເມື່ອ​ພຣະອົງ​ໄດ້​ໂກດຮ້າຍ​ຢ່າງ​ຮຸນແຮງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka