Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:5 - ພຣະຄຳພີສັກສິ

5 ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.

Uka jalj uñjjattʼäta Copia luraña




ເອຊາຢາ 1:5
25 Jak'a apnaqawi uñst'ayäwi  

ເທື່ອໜຶ່ງ​ອີກ​ກະສັດ​ໄດ້​ໃຊ້​ນາຍ​ທະຫານ​ຜູ້ໜຶ່ງ​ໄປ ພ້ອມ​ທັງ​ທະຫານ​ຫ້າສິບ​ຄົນ. ນາຍ​ທະຫານ​ໄດ້​ຂຶ້ນ​ໄປ​ທີ່​ເທິງ​ເນີນພູ​ຄຸເຂົ່າ​ລົງ​ຕໍ່ໜ້າ​ເອລີຢາ ແລະ​ວິງວອນ​ຂໍ​ຕໍ່​ເພິ່ນ​ວ່າ, “ຄົນ​ຂອງ​ພຣະເຈົ້າ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ ແລະ​ຄົນ​ຂອງ​ຂ້ານ້ອຍ​ແດ່ທ້ອນ ຈົ່ງ​ໄວ້​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ


ເມື່ອ​ຄວາມ​ເດືອດຮ້ອນ​ມາ​ຈົນເຖິງ​ທີ່ສຸດ ອາຮາດ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.


ພວກ​ກະສັດ, ພວກຜູ້ນຳ, ພວກ​ປະໂຣຫິດ ແລະ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍ​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ​ທັງນັ້ນ. ພວກເພິ່ນ​ບໍ່​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຕະຫລອດ​ທັງ​ຄຳເຕືອນ​ຂອງ​ພຣະອົງ​ດ້ວຍ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ບໍ່ມີ​ຜູ້ໃດ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ຈົ່ມ​ວ່າ​ຕົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ການບາບ​ທັງໝົດ​ຂອງ​ພວກເຮົາ​ຈະ​ໄດ້​ຮັບ​ອະໄພ.


ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ລົງໂທດ​ອິດສະຣາເອນ​ແລ້ວ​ກໍຕາມ; ແຕ່​ພວກເຂົາ​ກໍ​ຍັງ​ບໍ່ໄດ້​ປ່ຽນໃຈ​ກັບຄືນ​ມາ​ຫາ​ພຣະອົງ.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ແລ້ວ​ພວກ​ຜູ້ຊາຍ​ທີ່​ຮູ້ຈັກ​ວ່າ ເມຍ​ຂອງ​ພວກ​ຕົນ​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ພວກຜູ້ຍິງ​ທັງໝົດ​ທີ່​ກຳລັງ​ຢືນ​ຢູ່​ທີ່​ນັ້ນ​ລວມທັງ​ຊາວ​ອິດສະຣາເອນ ທີ່​ໄດ້​ອາໄສ​ຢູ່​ທາງ​ພາກໃຕ້​ຂອງ​ເອຢິບ ຄື​ທັງໝົດ​ໂຮມ​ເປັນ​ຊຸມນຸມຊົນ​ໝູ່ໃຫຍ່ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຂ້ານ້ອຍ​ຈະ​ໄປ​ຫາ​ຄົນ​ທີ່​ມີ​ອຳນາດ ແລະ​ຈະ​ໄປ​ເວົ້າຈາ​ປາໄສ​ກັບ​ພວກເຂົາ​ເບິ່ງ ແນ່ນອນ​ພວກເຂົາ​ຕ້ອງ​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ແລະ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.” ແຕ່​ພວກເຂົາ​ບໍ່​ຮັບ​ເອົາ​ຣິດເດດ​ອຳນາດ​ຂອງ​ພຣະອົງ​ຈັກ​ຄົນ ແລະ​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ພຣະອົງ​ອີກ​ດ້ວຍ.


ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ເຮົາ​ຈະ​ຊອກຫາ​ແກະ​ໂຕ​ທີ່​ຫລົງເສຍ​ໄປ, ຈະ​ນຳ​ແກະ​ໂຕ​ທີ່​ຊັດເຊ​ພະເນຈອນ​ໄປ​ນັ້ນ​ກັບຄືນ​ມາ, ຈະ​ພັນ​ບາດແຜ​ໂຕ​ທີ່​ໄດ້​ຖືກ​ທຳຮ້າຍ ແລະ​ຈະ​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ແຕ່​ໂຕ​ໃດ​ທີ່​ຕຸ້ຍພີ​ດີ ແລະ​ແຂງແຮງ ເຮົາ​ຈະ​ທຳລາຍ ເພາະ​ເຮົາ​ເປັນ​ຜູ້ລ້ຽງ​ທີ່​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ພວກເຈົ້າ​ບໍ່ໄດ້​ດູແລ​ແກະ​ໂຕ​ທີ່​ຈ່ອຍຜອມ, ບໍ່ໄດ້​ປິ່ນປົວ​ໂຕ​ທີ່​ເຈັບໂຊ, ບໍ່ໄດ້​ພັນ​ບາດແຜ​ໃຫ້​ໂຕ​ທີ່​ຖືກ​ທຳຮ້າຍ, ບໍ່ໄດ້​ນຳ​ໂຕ​ທີ່​ຫລົງ​ຝູງ​ກັບຄືນ​ມາ, ຫລື​ບໍ່ໄດ້​ຊອກຫາ​ໂຕ​ທີ່​ຫລົງເສຍ​ໄປ. ແຕ່​ພວກເຈົ້າ​ພັດ​ເຮັດ​ກັບ​ພວກເຂົາ​ຢ່າງ​ໂຫດຮ້າຍ​ທາລຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka