ເອຊາຢາ 1:4 - ພຣະຄຳພີສັກສິ4 ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊົນຊາດບາບໜາເອີຍ ປະຊາຊົນທີ່ຈິດໃຈຊົ່ວຊ້າແລະຮ້າຍກາດ ເຊື້ອຊາດທີ່ເຮັດບາບ ເຊື້ອສາຍທີ່ຊົ່ວຊາມເອີຍ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ. Uka jalj uñjjattʼäta |
ສະນັ້ນ ບັດນີ້ ເຟືອງ ແລະຫຍ້າແຫ້ງຖືກເຜົາໄໝ້ໃນໄຟສັນໃດ ຮາກເຫງົ້າຂອງພວກເຈົ້າຈະຂຸແລະດອກຂອງພວກເຈົ້າຈະຫ່ຽວແຫ້ງ ທັງຖືກລົມພັດໜີໄປສັນນັ້ນ; ເພາະພວກເຈົ້າໄດ້ປະຖິ້ມຄຳສັ່ງສອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືດູຖູກຢຽບຫຍາມຖ້ອຍຄຳຂອງພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ໄດ້ສັ່ງສອນພວກເຮົາ.
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກຳລັງກ່າວແມ ເຮົາເປັນດັ່ງຖິ່ນແຫ້ງແລ້ງກັນດານສຳລັບພວກເຈົ້າບໍ? ເຮົາເປັນດັ່ງດິນແດນທີ່ມືດມົນສຳລັບພວກເຈົ້າບໍ? ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ, ‘ພວກເຈົ້າຈະເຮັດຕາມໃຈຕົນເອງ ແລະ ຕ່າງກໍເວົ້າວ່າ ຈະບໍ່ກັບຄືນມາຫາເຮົາອີກເລີຍ?’