3 ງົວຍັງຮູ້ຈັກເຈົ້າຂອງ ແລະລໍກໍຍັງຮູ້ຈັກບ່ອນທີ່ນາຍເອົາໄປລ້ຽງ, ແຕ່ຊາດອິດສະຣາເອນ ປະຊາຊົນຂອງເຮົາບໍ່ຮູ້ຈັກສໍ່ານັ້ນເລີຍ. ພວກເຂົາບໍ່ເຂົ້າໃຈຫຍັງຈັກດີ້.”
ປະຊາຊົນຂອງຂ້ອຍເອີຍ ເຫດໃດຈຶ່ງໂງ່ຢ່າງນີ້? ເມື່ອໃດພວກເຈົ້າຈະຮໍ່າຮຽນເປັນຄົນສະຫລາດ?
ຄົນຊົ່ວຮ້າຍບໍ່ຮູ້ວ່າຄວາມຍຸດຕິທຳເປັນຢ່າງໃດ, ແຕ່ຜູ້ທີ່ເຂົ້າໃຈຄືຜູ້ທີ່ສະແຫວງຫາພຣະເຈົ້າຢາເວ.
ຄົນຂີ້ຄ້ານຄວນຮຽນຮູ້ເອົາບົດຮຽນຈາກຊີວິດຂອງມົດ
ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ.
ເຈົ້າເຄີຍເຫັນມາຫລາຍແລ້ວ ແຕ່ບໍ່ຈົດຈຳ ເຈົ້າມີຫູເປີດ ແຕ່ໄດ້ຍິນອັນໃດແທ້ໆ?”
ບຸກຄົນເຊັ່ນນີ້ໂງ່ຈ້າເຫຼືອທີ່ຈະເຂົ້າໃຈວ່າ ພວກຕົນກຳລັງເຮັດຫຍັງ. ພວກເຂົາອັດຕາ ແລະຕັນຄວາມຄິດຂອງຕົນເອງບໍ່ໃຫ້ຮູ້ຄວາມຈິງ.
ໃນງານກິນລ້ຽງ ພວກເຈົ້າມີພິນແລະມີກອງ ແລະມີຂຸ່ຍພ້ອມທັງເຫຼົ້າອະງຸ່ນ. ແຕ່ພວກເຈົ້າບໍ່ເຂົ້າໃຈສິ່ງທີ່ພຣະເຈົ້າຢາເວກຳລັງຈະເຮັດ
ສະນັ້ນ ພວກເຈົ້າຈະຖືກຈັບໄປເປັນຊະເລີຍເສິກ. ບັນດາຜູ້ນຳຂອງພວກເຈົ້າຈະຕາຍຍ້ອນຫິວເຂົ້າ ແລະຄົນສາມັນທຳມະດາຈະຕາຍຍ້ອນຫິວນໍ້າ.
ພວກເຂົາເປັນຄືໝາທີ່ກິນແລ້ວບໍ່ຮູ້ຈັກອີ່ມ. ພວກຜູ້ນຳເຫຼົ່ານີ້ບໍ່ມີຄວາມເຂົ້າໃຈ. ພວກເຂົາແຕ່ລະຄົນເຮັດໄປຕາມໃຈບັນຊາ ແລະຊອກຫາຜົນປະໂຫຍດສ່ວນຕົວ.
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
ພວກເຂົາທັງໝົດນັ້ນໂງ່ຈ້າ ແລະງົມງາຍ ພວກເຂົາຮຽນຮູ້ຫຍັງແດ່ຈາກຮູບເຄົາຣົບທີ່ເປັນໄມ້?
ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ເຊື່ອຟັງຄຳສັ່ງ ທີ່ບັນພະບຸລຸດຂອງພວກເຂົາໄດ້ມອບໃຫ້, ແຕ່ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ.’
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.”
ປະຊາຊົນຂອງເຮົາເປັນດັ່ງຝູງແກະທີ່ຜູ້ລ້ຽງໄດ້ປະປ່ອຍໃຫ້ເສຍໄປຕາມພູ. ພວກເຂົາເປັນດັ່ງແກະທີ່ເລາະໄປເລາະມາຈາກພູໜ່ວຍນີ້ຫາພູໜ່ວຍອື່ນ ແລະພວກເຂົາກໍລືມວ່າບ້ານຂອງພວກເຂົານັ້ນຢູ່ໃສ.
ແມ່ນແຕ່ນົກຍາງຢູ່ເທິງຟ້າຍັງຮູ້ຈັກຍາມກັບມາ; ນົກກາງແກ, ນົກແອ່ນ ແລະນົກຂຽນ ກໍຍັງຮູ້ຈັກເວລາຍົກຍ້າຍມາ. ແຕ່ປະຊາຊົນຂອງເຮົາ ພວກເຈົ້າບໍ່ຮູ້ຈັກກົດບັນຍັດທັງຫລາຍຂອງເຮົາທີ່ໃຊ້ປົກຄອງພວກເຈົ້າ.
ອັນນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກຳລັງກ່າວ. ເຈົ້າໄດ້ເຮັດສິ່ງທັງໝົດເຫຼົ່ານັ້ນ ດັ່ງແມ່ຈ້າງທີ່ບໍ່ມີຢ່າງອາຍ.
ຊາວອິດສະຣາເອນທັງໝົດໄດ້ເຮັດຜິດຕໍ່ກົດລະບຽບຕ່າງໆຂອງພຣະອົງ ແລະບໍ່ຍອມຟັງສິ່ງທີ່ພຣະອົງໄດ້ບອກ. ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ; ເພາະສະນັ້ນ ພວກຂ້ານ້ອຍຈຶ່ງຖືກນຳມາສູ່ການສາບແຊ່ງ ຕາມທີ່ໄດ້ມີຂຽນໄວ້ໃນກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ.
ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ເອົາເຂົ້າສາລີ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ ແລະເງິນຄຳທັງໝົດ ຊຶ່ງນາງໃຊ້ຂາບໄຫວ້ພະບາອານນັ້ນໃຫ້ແກ່ນາງ.
ຜູ້ໃດທີ່ໄດ້ຍິນພຣະທຳເລື່ອງຣາຊອານາຈັກສະຫວັນ ແຕ່ບໍ່ເຂົ້າໃຈກໍຄ້າຍຄືກັບເມັດພືດທີ່ຕົກຕາມທາງ, ມານຊົ່ວຮ້າຍມາຍາດເອົາພຣະທຳທີ່ຖືກຫວ່ານເຂົ້າໃນຈິດໃຈຂອງຄົນນັ້ນໄປເສຍ.
ຍ້ອນຄົນເຫຼົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ.
ເພາະວ່າພວກເຂົາເຮັດຄືລືມຂໍ້ນີ້ເສຍ ດ້ວຍພຣະທຳຂອງພຣະເຈົ້າ ຟ້າສະຫວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະແຜ່ນດິນໂລກຈຶ່ງໄດ້ເກີດຂຶ້ນຈາກນໍ້າແລະດ້ວຍທາງນໍ້າ.