ເອຊາຢາ 1:29 - ພຣະຄຳພີສັກສິ29 ພວກເຈົ້າຈະເສຍໃຈທີ່ໄດ້ຂາບໄຫວ້ຕົ້ນໄມ້ ແລະປຸກສ້າງບ່ອນສັກສິດໃນສວນ. Uka jalj uñjjattʼäta |
ຊາກສົບທັງຫລາຍຈະກະຈັດກະຈາຍ ປະປົນຢູ່ກັບຮູບເຄົາຣົບຕ່າງໆອ້ອມແທ່ນບູຊາ ມັນຈະຖືກກະຈັດກະຈາຍໄປທົ່ວເນີນພູສູງ, ຢູ່ເທິງຈອມພູທຸກໆໜ່ວຍ, ຢູ່ກ້ອງຕົ້ນໄມ້ໃບຂຽວ ແລະຕົ້ນໂອກທຸກຕົ້ນ ຄືຢູ່ໃນທຸກບ່ອນທີ່ພວກເຂົາໄດ້ເຜົາເຄື່ອງບູຊາຖວາຍແກ່ຮູບເຄົາຣົບຂອງພວກເຂົາ. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”