Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:28 - ພຣະຄຳພີສັກສິ

28 ແຕ່​ພຣະອົງ​ຈະ​ທຳລາຍ​ທຸກຄົນ​ທີ່​ເຮັດ​ບາບ​ແລະ​ກະບົດ​ຕໍ່​ພຣະອົງ; ພຣະອົງ​ຈະ​ຂ້າ​ທຸກຄົນ​ທີ່​ປະຖິ້ມ​ພຣະອົງ.

Uka jalj uñjjattʼäta Copia luraña




ເອຊາຢາ 1:28
38 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ແຕ່​ນັ້ນ​ມາ ເອໂດມ​ກໍໄດ້​ແຍກ​ເປັນ​ອານາຈັກ​ເອກະລາດ​ຈາກ ອານາຈັກ​ຢູດາຍ. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ໄດ້​ກະບົດ​ຄືກັນ ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງຕົນ.


ເພິ່ນ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ຊາວ​ຊີເຣຍ​ຜູ້​ຊະນະ​ຕົນ. ເພິ່ນ​ເວົ້າ​ວ່າ, “ພະ​ຂອງ​ຊາວ​ຊີເຣຍ​ຊ່ວຍ​ກະສັດ​ຊີເຣຍ​ໄດ້; ສະນັ້ນ ຖ້າ​ເຮົາ​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ ພະ​ເຫຼົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ເໝືອນກັນ.” ການ​ກະທຳ​ເຊັ່ນນີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ສູ່​ເພິ່ນ​ເອງ ແລະ​ອານາຈັກ​ຂອງ​ເພິ່ນ​ດ້ວຍ.


ແລະ​ໄດ້​ຂ້າ​ທະຫານ​ຢູດາ​ທີ່​ເກັ່ງກ້າ ໜຶ່ງຮ້ອຍ​ຊາວພັນ​ຄົນ​ໃນ​ມື້ດຽວ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ອະນຸຍາດ​ໃຫ້​ສິ່ງ​ເຫຼົ່ານີ້​ເກີດຂຶ້ນ, ເພາະ​ປະຊາຊົນ​ຢູດາ​ໄດ້​ປະຖິ້ມ​ພຣະອົງ.


ພຣະອົງ​ສົ່ງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ມາ​ທຳລາຍ​ຄົນ​ທັງຫລາຍ​ທີ່​ເຮັດ​ການ​ຊົ່ວຮ້າຍ.


ພຣະອົງ​ລົງໂທດ​ໃນ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ ຄື​ໃນ​ບ່ອນ​ທີ່​ທຸກຄົນ​ເບິ່ງ​ເຫັນ​ພວກເຂົາ​ໄດ້


ເພາະ​ເຂົາ​ຍົກເລີກ​ທີ່​ຈະ​ຕິດຕາມ​ພຣະອົງ​ໄປ ແລະ​ບໍ່ໄດ້​ໃສ່ໃຈ​ຕໍ່​ຂໍ້​ບັນຊາ​ຂອງ​ພຣະເຈົ້າ.


ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.


ຂໍ​ໃຫ້​ຄົນບາບ​ຖືກ​ທຳລາຍ​ສ້ຽງ​ຈາກ​ໂລກນີ້​ສາ ຂໍ​ຢ່າ​ສູ່​ໃຫ້​ມີ​ຄົນຊົ່ວ​ຫລົງເຫລືອ​ຢູ່​ຕໍ່ໄປ​ອີກ. ຈິດວິນຍານ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.


ແຕ່​ບັນດາ​ຄົນບາບ​ຈະ​ຖືກ​ທຳລາຍ​ຢ່າງ​ສິ້ນເຊີງ ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ​ໃຫ້​ດັບສູນໄປ.


ພຣະອົງ​ທຳລາຍ​ຄົນ​ຂີ້ຕົວະ​ທຸກຄົນ ແລະ​ພຣະເຈົ້າຢາເວ​ກຽດຊັງ​ຄົນຊົ່ວຮ້າຍ​ແລະ​ຄົນ​ຫລອກລວງ​ດ້ວຍ.


ແມ່ນແທ້ ຜູ້​ທີ່​ປະຖິ້ມ​ພຣະອົງ​ຈະ​ຕ້ອງ​ພິນາດໄປ ພຣະອົງ​ຈະ​ທຳລາຍ​ຄົນ​ບໍ່​ສັດຊື່​ຕໍ່​ພຣະອົງ​ນັ້ນ.


ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄົນ​ບໍ່​ນັບຖື​ພຣະອົງ ທຳລາຍ​ຄົນຊົ່ວ​ຈົນ​ບໍ່ມີ​ຜູ້ໃດ​ຈົດຈຳພວກເຂົາ​ຕໍ່ໄປ​ອີກ.


ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຮູ້ວ່າ​ສັດຕູ​ຂອງ​ພຣະອົງ​ຈະ​ຕາຍ ແລະ​ຄົນຊົ່ວຮ້າຍ​ທັງໝົດ​ກໍ​ຈະ​ຕ້ອງ​ພ່າຍແພ້.


ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ແຜ່ນດິນ​ໂລກ​ຈະ​ໂຊເຊ​ໄປມາ​ດັ່ງ​ຄົນ​ເມົາ​ເຫຼົ້າ ຫລື​ໂຢກເຢກ​ດັ່ງ​ຕູບ​ໄມ້​ໃນ​ທ່າມກາງ​ພະຍຸຮ້າຍ. ບາບ​ໄດ້​ເຮັດ​ໃຫ້​ໂລກນີ້​ເສື່ອມໂຊມ​ລົງ​ຈົນ​ລົ້ມ​ທະລາຍ ແລະ​ແຜ່ນດິນ​ໂລກ​ກໍ​ຈະ​ຟື້ນ​ຕົວ​ຂຶ້ນ​ມາ​ອີກ​ບໍ່ໄດ້​ຈັກເທື່ອ.


ພວກເຈົ້າ​ເຮັດ​ຜິດ. ພວກເຈົ້າ​ເປັນ​ດັ່ງ​ກຳແພງ​ສູງ​ທີ່​ມີ​ຮອຍ​ແຕກ​ຮອດລຸ່ມ; ບໍ່​ດົນນານ​ດອກ ພວກເຈົ້າ​ກໍ​ຈະ​ພັງ​ທະລາຍ​ລົງ.


ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.


ພວກເຂົາ​ນະມັດສະການ​ເຮົາ​ທຸກ​ວັນ​ໂດຍ​ອ້າງ​ວ່າ ພວກຕົນ​ຢາກ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ ແລະ​ຢາກ​ປະຕິບັດ​ຕາມ​ຂໍ້​ກົດບັນຍັດ​ຂອງເຮົາ. ພວກເຂົາ​ບອກ​ວ່າ, ຕ້ອງການ​ກົດບັນຍັດ​ທີ່​ທ່ຽງທຳ ແລະ​ພວກເຂົາ​ກໍ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ເຮົາ.”


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ແຕ່​ມັນ​ຈະ​ແຕກຕ່າງ​ສຳລັບ​ພວກເຈົ້າ​ທີ່​ປະຖິ້ມ​ພຣະເຈົ້າຢາເວ​ໄປ ຄື​ຄົນ​ທີ່​ເມີນເສີຍ​ຕໍ່​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ແລະ​ຄົນ​ທີ່​ຂາບໄຫວ້​ພະ​ກາດ ແລະ​ພະ​ເມນີ ພະ​ທີ່​ໃຫ້​ໂຊກລາບ ແລະ​ພະ​ແຫ່ງ​ຊາຕາກຳ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄາວ​ສຸດທ້າຍ​ມາ​ໃກ້​ແລ້ວ ສຳລັບ​ຜູ້​ທີ່​ຊຳລະ​ຕົນເອງ​ເພື່ອ​ຂາບໄຫວ້​ພະ​ຂອງ​ຊາວ​ຕ່າງຊາດ ຄື​ຜູ້​ເຂົ້າຮ່ວມ​ໃນ​ຂະບວນ​ການ​ບູຊາ​ສວນ​ສັກສິດ ແລະ​ຜູ້​ກິນ​ໝູ​ແລະ​ກິນ​ໜູ​ແລະ​ອາຫານ​ຂີ້ດຽດ​ອື່ນໆ​ອີກ.


ເມື່ອ​ອອກ​ໄປ ພວກເຂົາ​ຈະ​ເຫັນ​ຊາກສົບ​ຂອງ​ພວກ​ທີ່​ໄດ້​ກະບົດ​ຕໍ່​ເຮົາ. ຕົວ​ໜອນ​ທີ່​ເຈາະ​ກິນ​ພວກເຂົາ​ນັ້ນ​ຈະ​ຕາຍ​ບໍ່​ເປັນ​ຈັກເທື່ອ ແລະ​ໄຟ​ທີ່​ໄໝ້​ພວກເຂົາ​ນັ້ນ​ຈະ​ມອດ​ບໍ່​ເປັນ​ຈັກເທື່ອ. ເຊື້ອຊາດ​ມະນຸດ​ທັງໝົດ​ທີ່​ໄດ້​ເຫັນ​ພວກເຂົາ​ແລ້ວ​ກໍ​ຈະ​ຮູ້ສຶກ​ເບື່ອໜ່າຍ.”


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka