25 ເຮົາຈະດຳເນີນການຕໍ່ສູ້ພວກເຈົ້າ. ເຮົາຈະຊຳລະພວກເຈົ້າໃຫ້ບໍຣິສຸດຕາມວິທີຫລອມໂລຫະ ຄືຈະຂູດຂີ້ໝ້ຽງອອກໃຫ້ໝົດ.
ພຣະອົງໂຍນຄົນຊົ່ວດັ່ງຄົນໂຍນຂີ້ເຫຍື້ອຖິ້ມໄປ ດ້ວຍເຫດນີ້ຂ້ານ້ອຍຈຶ່ງຮັກຄຳແນະນຳຂອງພຣະອົງ.
ນະຄອນເຢຣູຊາເລັມເອີຍ ຄັ້ງໜຶ່ງ ເຈົ້າເປັນດັ່ງເງິນ ແຕ່ດຽວນີ້ ເຈົ້າສິ້ນຄຸນຄ່າສາແລ້ວ; ເຈົ້າເຄີຍເປັນດັ່ງເຫຼົ້າອະງຸ່ນທີ່ດີ, ແຕ່ບັດນີ້ ເຈົ້າເປັນພຽງນໍ້າລ້າເທົ່ານັ້ນ.
ແຕ່ບາບຂອງຊາດອິດສະຣາເອນຈະໄດ້ຮັບການໃຫ້ອະໄພ ກໍຕໍ່ເມື່ອຫີນແທ່ນບູຊາຂອງຜູ້ທີ່ບໍ່ນັບຖືພຣະເຈົ້າຖືກທຳລາຍດັ່ງຂີ້ສໍຂາວ ແລະທັງບໍ່ມີສັນຍາລັກຕ່າງໆຂອງເຈົ້າແມ່ອາເຊຣາ ຫລືແທ່ນເຜົາເຄື່ອງຫອມບູຊາເຫຼືອຢູ່ເລີຍ.
ໂດຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ ພຣະອົງຈະຕັດສິນແລະຊຳລະປະເທດຊາດ ແລະຊຳລະລ້າງມົນທິນໃຫ້ສິ້ນໄປຈາກນະຄອນເຢຣູຊາເລັມ ແລະຊຳລະເລືອດທີ່ໄດ້ໄຫລລົງທີ່ນັ້ນດ້ວຍ.
ເຕົາຫລອມລຸກໄໝ້ຢ່າງຮ້ອນແຮງແລ້ວ ແຕ່ຂີ້ໝຽງທີ່ຕິດຢູ່ກັບໂລຫະນັ້ນກໍຍັງບໍ່ຂຸລົງ. ມັນບໍ່ມີປະໂຫຍດຫຍັງທີ່ຈະຫລໍ່ຫລອມປະຊາຊົນຂອງເຮົາຂຶ້ນໃໝ່ ເພາະພວກຄົນຊົ່ວເຫຼົ່ານັ້ນຍັງບໍ່ໄດ້ຖືກກຳຈັດໃຫ້ໝົດສິ້ນໄປ.
ເພາະເຫດນີ້ແຫຼະ ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງກ່າວວ່າ, “ເຮົາຈະຫລອມປະຊາຊົນຂອງເຮົາ ດັ່ງທີ່ເຮົາຫລອມໂລຫະ ແລະໃຫ້ພວກເຂົາປະເຊີນກັບການທົດລອງ ມີຫຍັງແດ່ທີ່ຊ່ວຍເຫລືອ ເມື່ອພວກເຂົາມັກເຮັດຊົ່ວ?
ເຮົາຈະນຳຄົນທີ່ກະບົດ ແລະເຮັດບາບໃນທ່າມກາງພວກເຈົ້າໜີໄປ. ເຮົາຈະນຳພວກເຂົາອອກໄປຈາກດິນແດນຕ່າງໆທີ່ພວກເຂົາກຳລັງຢູ່ດຽວນີ້; ແຕ່ເຮົາຈະບໍ່ໃຫ້ພວກເຂົາກັບຄືນມາສູ່ດິນແດນອິດສະຣາເອນອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ພວກເຂົາໃຊ້ການບໍ່ໄດ້ເໝືອນສິ່ງເຫຼົ່ານັ້ນແຫຼະ. ເຮົາຈະນຳພວກເຂົາທັງໝົດໄປເຕົ້າໂຮມກັນຢູ່ໃນນະຄອນເຢຣູຊາເລັມ
ຕາມວິທີດຽວກັນກັບແຮ່ເງິນ, ທອງແດງ, ເຫຼັກ, ຊືນ ແລະກົ່ວ ຖືກນຳເຂົ້າໄປໃນເຕົາຫລອມ. ຄວາມໂກດຮ້າຍແລະຄວາມໂມໂຫຂອງເຮົາຈະຫລອມພວກເຂົາ ເໝືອນໄຟຫລອມແຮ່ຂອງໂລຫະ.
ພວກເຂົາຈະຖືກຫລອມຢູ່ໃນນະຄອນເຢຣູຊາເລັມ ຕາມວິທີທີ່ເງິນຖືກຫລອມໃນເຕົາໄຟ; ແລ້ວພວກເຂົາກໍຈະຮູ້ວ່າ ພວກເຂົາກຳລັງໄດ້ຊີມຣິດແຫ່ງຄວາມໂກດຮ້າຍຂອງເຮົາຄືພຣະເຈົ້າຢາເວ.”
ໃນວັນນັ້ນ ພວກເຈົ້າທີ່ເປັນປະຊາຊົນຂອງເຮົາ ຈະບໍ່ໄດ້ອັບອາຍຂາຍໜ້າອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ເຮົາ. ເຮົາຈະກຳຈັດທຸກຄົນ ທີ່ອວດດີແລະຈອງຫອງໃຫ້ໝົດສິ້ນໄປ ແລະພວກເຈົ້າຈະບໍ່ກະບົດຕໍ່ສູ້ເຮົາອີກຕໍ່ໄປ ທີ່ເທິງເນີນພູສັກສິດຂອງເຮົາ.
ພຣະອົງຈະມາຕັດສິນເໝືອນດັ່ງຄົນທີ່ຫລອມເງິນ ແລະຊຳລະມັນໃຫ້ບໍຣິສຸດ. ຊ່າງໂລຫະຫລອມເງິນແລະຄຳສັນໃດ ຜູ້ແຈ້ງຂ່າວຂອງອົງພຣະຜູ້ເປັນເຈົ້າ ກໍຈະຊຳລະບັນດາປະໂຣຫິດໃຫ້ບໍຣິສຸດສັນນັ້ນ ເພື່ອວ່າພວກເຂົາຈະໄດ້ນຳເຄື່ອງບູຊາຊະນິດທີ່ຖືກຕ້ອງມາຖວາຍແກ່ພຣະເຈົ້າຢາເວ.
ມືຂອງເພິ່ນຖືກະດົ້ງຝັດເຂົ້າ ເພິ່ນຈະເຮັດລານເຂົ້າໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນໄວ້ໃນເລົ້າຂອງຕົນ ສ່ວນເມັດລີບນັ້ນ ເພິ່ນຈະເອົາໄຟເຜົາໃຫ້ໄໝ້ຢູ່ຕະຫລອດໄປ.”
ບັນດາຊົນຊາດເອີຍ ຈົ່ງຊົມຊື່ນຍິນດີຮ່ວມກັບປະຊາຊົນຂອງພຣະອົງ ເພາະພຣະອົງລົງໂທດທຸກຄົນທີ່ຂ້າພວກເຂົາ. ພຣະອົງທຳການແກ້ແຄ້ນເຫຼົ່າສັດຕູທັງຫລາຍ ແລະອະໄພການບາບໄພ່ພົນຂອງພຣະອົງແລ້ວ.”
ຝ່າຍເຮົາ ເຮົາຮັກຜູ້ໃດ ເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ. ເຫດສະນັ້ນ ຈົ່ງມີໃຈຮ້ອນຮົນແລະກັບໃຈເສຍໃໝ່.