Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:24 - ພຣະຄຳພີສັກສິ

24 ສະນັ້ນ ບັດນີ້​ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ຣິດອຳນາດ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ກ່າວ​ວ່າ, “ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງເຮົາ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ເຮົາ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເອຊາຢາ 1:24
22 Jak'a apnaqawi uñst'ayäwi  

ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ; ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ. ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ແຕ່​ພວກເຈົ້າ​ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ ຈະ​ຊົມຊື່ນ​ຍິນດີ ແລະ​ຮ້ອງເພງ​ດັ່ງ​ໃນ​ຕອນ​ກາງຄືນ​ທີ່​ພວກເຈົ້າ​ກິນລ້ຽງ​ອັນ​ບໍຣິສຸດ. ພວກເຈົ້າ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ດັ່ງ​ຄົນ​ທີ່​ຍ່າງ​ໄປ​ກັບ​ສຽງ​ດົນຕຼີ ຄື​ຜູ້​ທີ່​ບັນເລງ​ດ້ວຍ​ສຽງ​ຂຸ່ຍ​ຕາມ​ທາງ​ໄປ​ສູ່​ພູເຂົາ​ຂອງ​ພຣະເຈົ້າຢາເວ ສູ່​ສີລາ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ບອກ​ທຸກຄົນ​ທີ່​ຂາດ​ຄວາມ​ຊູໃຈ​ໃຫ້​ຮູ້​ວ່າ “ຈົ່ງ​ເຂັ້ມແຂງ ແລະ​ຢ່າ​ສູ່ຢ້ານ​ປະການ​ໃດ​ເລີຍ ພຣະເຈົ້າ​ກຳລັງ​ມາ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ, ພຣະອົງ​ກຳລັງ​ມາ​ແກ້ແຄ້ນ​ສັດຕູ​ຂອງ​ພວກເຈົ້າ.”


ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ​ຕາມ​ການກະທຳ​ຂອງ​ພວກເຂົາ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ຕ່າງໆ​ທີ່​ຫ່າງໄກ​ກໍຕາມ.


ບັນດາ​ຊົນຊາດ​ທັງ​ກະສັດ​ຈະ​ເອົາໃຈໃສ່​ເຈົ້າ ເໝືອນ​ດັ່ງ​ແມ່​ຜູ້ໜຶ່ງ​ລ້ຽງ​ລູກ​ຂອງຕົນ​ນັ້ນ. ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ເປັນຜູ້ຊ່ວຍ​ຂອງເຈົ້າ. ແລະ​ເປັນ​ຜູ້ໄຖ່ໂທດ​ຂອງເຈົ້າ ຄື​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.


ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ເວລາ​ທີ່​ຈະ​ຊ່ວຍ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ນັ້ນ​ມາຮອດ​ແລ້ວ; ທັງ​ເປັນ​ເວລາ​ທີ່​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ດ້ວຍ.


ແຕ່​ພຣະຜູ້ໄຖ່​ຂອງ​ພວກເຂົາ​ນັ້ນ​ເຂັ້ມແຂງ​ຫລາຍ ແລະ​ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ພຣະອົງ​ຈະ​ຍົກ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ພິຈາລະນາ ທັງ​ຈະ​ນຳ​ສັນຕິສຸກ​ມາ​ສູ່​ແຜ່ນດິນ​ໂລກ; ແຕ່​ປະຊາຊົນ​ແຫ່ງ​ບາບີໂລນ​ຈະ​ເດືອດຮ້ອນ.”


ຈະ​ບໍ່​ໃຫ້​ເຮົາ​ລົງໂທດ​ພວກເຂົາ​ເພາະ​ສິ່ງນີ້​ບໍ? ຈະ​ບໍ່​ໃຫ້​ເຮົາ​ແກ້ແຄ້ນ​ບໍ ຊົນຊາດ​ທີ່​ເປັນ​ຢ່າງນີ້?” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ເຮົາ​ກໍ​ຈະ​ສະຫງົບ​ອາຣົມ ແລະ​ເຊົາ​ໂກດຮ້າຍ​ເຈົ້າ. ເຮົາ​ຈະ​ບໍ່​ໂກດຮ້າຍ​ຫລື​ຫວງແຫນ​ເຈົ້າ​ອີກ​ຕໍ່ໄປ.


ເຮົາ​ຈະ​ຕົບ​ມື​ຂອງເຮົາ​ຄືກັນ​ແລະ​ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ໝົດ​ໄປ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.


ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.


ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ເຮົາ.”


ພຣະເຈົ້າຢາເວ​ໄດ້​ມີ​ຄວາມ​ສຸກໃຈ ທີ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ຈຳນວນພົນ​ຫລາຍ​ຂຶ້ນ​ສັນໃດ ພຣະເຈົ້າຢາເວ​ກໍ​ຈະ​ມີ​ຄວາມ​ສຸກໃຈ ທີ່​ຈະ​ທຳລາຍ​ພວກເຈົ້າ​ແລະ​ເຮັດ​ໃຫ້​ພວກເຈົ້າ​ໝຸ່ນ​ທະລາຍ​ສັນນັ້ນ. ພວກເຈົ້າ​ຈະ​ຖືກ​ຖອດຖອນ​ອອກ​ຈາກ​ດິນແດນ​ຫຼັກແຫຼ່ງ ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ບັນດາ​ຊົນຊາດ​ເອີຍ ຈົ່ງ​ຊົມຊື່ນຍິນດີ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ລົງໂທດ​ທຸກຄົນ​ທີ່​ຂ້າ​ພວກເຂົາ. ພຣະອົງ​ທຳການ​ແກ້ແຄ້ນ​ເຫຼົ່າ​ສັດຕູ​ທັງຫລາຍ ແລະ​ອະໄພ​ການບາບ​ໄພ່ພົນ​ຂອງ​ພຣະອົງ​ແລ້ວ.”


ພຣະອົງ​ລໍຄອຍ ຈົນເຖິງ​ເວລາ​ທີ່​ພຣະເຈົ້າ​ປາບ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ໃຫ້​ໝູບ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ.


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka