ເອຊາຢາ 1:23 - ພຣະຄຳພີສັກສິ23 ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”