22 ນະຄອນເຢຣູຊາເລັມເອີຍ ຄັ້ງໜຶ່ງ ເຈົ້າເປັນດັ່ງເງິນ ແຕ່ດຽວນີ້ ເຈົ້າສິ້ນຄຸນຄ່າສາແລ້ວ; ເຈົ້າເຄີຍເປັນດັ່ງເຫຼົ້າອະງຸ່ນທີ່ດີ, ແຕ່ບັດນີ້ ເຈົ້າເປັນພຽງນໍ້າລ້າເທົ່ານັ້ນ.
ພຣະອົງໂຍນຄົນຊົ່ວດັ່ງຄົນໂຍນຂີ້ເຫຍື້ອຖິ້ມໄປ ດ້ວຍເຫດນີ້ຂ້ານ້ອຍຈຶ່ງຮັກຄຳແນະນຳຂອງພຣະອົງ.
ຄັ້ງໜຶ່ງ ນະຄອນທີ່ເຄີຍສັດຊື່ ແຕ່ບັດນີ້ກຳລັງປະພຶດຕົນດັ່ງຍິງແມ່ຈ້າງ; ໃນຄັ້ງໜຶ່ງ ນະຄອນນັ້ນເຕັມໄປດ້ວຍຄົນຊອບທຳ ແຕ່ບັດນີ້ມີແຕ່ຄາດຕະກອນທັງນັ້ນ.
ບັນດາຜູ້ນຳຂອງພວກເຈົ້າເປັນກະບົດ ແລະເປັນເພື່ອນຂອງບັນດານັກປຸ້ນ; ພວກເຂົາຮັບເອົາຂອງຂວັນແລະສິນຈ້າງລາງວັນເປັນປະຈຳ. ພວກເຂົາບໍ່ເຄີຍເວົ້າຕາງເດັກກຳພ້າໃນສານ ຫລືຟັງຄຳໃຫ້ການຂອງແມ່ໝ້າຍ ເມື່ອພວກເຂົາມີຄະດີ.
ຫລັງຈາກດື່ມເຫຼົ້າອະງຸ່ນຢ່າງໜັກແລ້ວ ພວກເຂົາກໍຍິນດີໄປກັບພວກໂສເພນີ ແລະມັກເຮັດໃຫ້ເສຍຊື່ສຽງຫລາຍກວ່າໄດ້ຊື່ສຽງ.
“ເອຟຣາອິມ ແລະຢູດາເອີຍ ເຮົາຈະເຮັດແນວໃດກັບພວກເຈົ້າ? ຄວາມຮັກທີ່ພວກເຈົ້າມີຕໍ່ເຮົານັ້ນ ກໍຈືດຈາງເຫືອດຫາຍໄປຢ່າງໄວວາ ເໝືອນນໍ້າໝອກໃນຕອນເຊົ້າ.
ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ.