Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:21 - ພຣະຄຳພີສັກສິ

21 ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 1:21
31 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ປົກຄອງ​ທົ່ວ​ທັງ​ຊາດ​ອິດສະຣາເອນ. ເພິ່ນ​ປະຕິບັດ​ຕໍ່​ປະຊາຊົນ​ຂອງຕົນ​ຢ່າງ​ຍຸດຕິທຳ ແລະ​ຢ່າງ​ສັດຊື່.


ເພິ່ນ​ໄດ້​ໃຫ້​ຄຳແນະນຳ​ແກ່​ພວກເຂົາ​ດັ່ງນີ້: “ພວກທ່ານ​ຕ້ອງ​ປະຕິບັດ​ໜ້າທີ່​ຂອງ​ພວກທ່ານ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຊື່ອຟັງ​ພຣະອົງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ພວກທ່ານ​ເຮັດ.


ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.


ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.


ພຣະເຈົ້າຢາເວ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ສັນລະເສີນ​ຢ່າງ​ສູງສຸດ ໃນ​ນະຄອນ​ທີ່​ເທິງ​ເນີນພູ​ສັກສິດ​ນັ້ນ.


ພວກເຮົາ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ພຣະອົງ​ກະທຳການ ແລະ​ບັດນີ້ ພວກເຮົາ​ກໍໄດ້​ເຫັນ​ສິ່ງ​ເຫຼົ່ານັ້ນ ຢູ່​ໃນ​ນະຄອນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ແລ້ວ ຄື​ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກະທຳການ ແລະ​ພຣະເຈົ້າ​ຈະ​ຮັກສາ​ເມືອງ​ນີ້​ໃຫ້​ປອດໄພ​ຕະຫລອດ​ໄປ​ເປັນນິດ.


ນະຄອນ​ເຢຣູຊາເລັມ​ເອີຍ ຄັ້ງໜຶ່ງ ເຈົ້າ​ເປັນ​ດັ່ງ​ເງິນ ແຕ່​ດຽວ​ນີ້ ເຈົ້າ​ສິ້ນ​ຄຸນຄ່າ​ສາ​ແລ້ວ; ເຈົ້າ​ເຄີຍ​ເປັນ​ດັ່ງ​ເຫຼົ້າ​ອະງຸ່ນ​ທີ່ດີ, ແຕ່​ບັດນີ້ ເຈົ້າ​ເປັນ​ພຽງ​ນໍ້າລ້າ​ເທົ່ານັ້ນ.


ເຖິງ​ວ່າ​ພຣະອົງ​ເມດຕາ​ຕໍ່​ຄົນຊົ່ວຮ້າຍ​ກໍຕາມ ພວກເຂົາ​ກໍ​ບໍ່ເຄີຍ​ຮຽນຮູ້​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ເຖິງ​ວ່າ​ບ່ອນນີ້​ຈະ​ເປັນ​ດິນແດນ ບ່ອນ​ທີ່​ຄົນ​ຊອບທຳ​ອາໄສ​ຢູ່​ກໍຕາມ; ພວກເຂົາ​ກໍ​ຍັງ​ເຮັດ​ໃນ​ສິ່ງ​ທີ່​ຜິດພາດ​ສະເໝີ​ມາ ພວກເຂົາ​ບໍ່​ຍອມ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ.


ແຕ່​ເຖິງ​ປານນັ້ນ ພວກເຈົ້າ​ກໍ​ຍັງ​ພູມໃຈ​ໃນ​ຕົວເອງ ວ່າ​ເປັນ​ໄພ່ພົນ​ແຫ່ງ​ນະຄອນ​ບໍຣິສຸດ​ຂອງ​ພຣະເຈົ້າ ວ່າ​ຕົນ​ສຸດຂາດ​ນຳ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຄື​ພຣະນາມ​ຂອງ​ພຣະອົງ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.


ຄວາມ​ຍຸດຕິທຳ​ນັ້ນ ແມ່ນແຕ່​ໜ້ອຍດຽວ​ກໍ​ບໍ່ມີ​ເລີຍ ແລະ​ຄົນ​ທີ່​ຢາກ​ເຊົາ​ເຮັດ​ຊົ່ວ​ກໍ​ເປັນ​ເຫຍື່ອ​ຂອງ​ອາຊະຍາກຳ.” ເມື່ອ​ພຣະເຈົ້າຢາເວ​ຮູ້​ເຫັນ​ເລື່ອງ​ນີ້ ພຣະອົງ​ກໍ​ບໍ່​ພໍໃຈ​ເລີຍ​ທີ່​ບໍ່​ເຫັນ​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ.


ພວກເຈົ້າ​ເຮັດ​ຜິດ​ໃນ​ຖານ​ເວົ້າຕົວະ, ເຮັດ​ຮຸນແຮງ ແລະ​ຂ້າ​ຄົນ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.


ນາງ​ເອງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ໄປ​ຫາ​ຄົນ​ຮັກ​ຂອງຂ້ອຍ ເພາະ​ພວກເຂົາ​ໄດ້​ນຳ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ຂ້ອຍ ເຊັ່ນ: ອາຫານ​ແລະ​ນໍ້າ, ເຄື່ອງ​ຂົນແກະ, ຜ້າເນື້ອລະອຽດ, ນໍ້າມັນ​ໝາກກອກເທດ ແລະ​ເຫຼົ້າ​ອະງຸ່ນ.”


ກົດບັນຍັດ​ຖືກ​ຫຍໍ້ຫຍັນ ແລະ​ຄວາມ​ຍຸດຕິທຳ​ກໍ​ບໍ່ມີ​ເລີຍ. ຄົນ​ອະທຳ​ເອົາປຽບ​ຄົນ​ຊອບທຳ; ເພາະເຫດນັ້ນ ຄວາມ​ຍຸດຕິທຳ​ຈຶ່ງ​ຖືກ​ບິດເບືອນ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka