20 ແຕ່ຖ້າພວກເຈົ້າປະຕິເສດແລະກະບົດ ພວກເຈົ້າກໍຈະໄດ້ຮັບໂທດເຖິງຕາຍ. ເພາະວ່າປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.”
ແຕ່ຖ້າບໍ່ດັ່ງນັ້ນ ກໍຈະຕາຍເສຍຢ່າງໂງ່ງ່າວ ແລະຈະຂ້າມແມ່ນໍ້າເຂົ້າໄປສູ່ແດນມໍຣະນາ.
ຖ້າເຈົ້າຍັງບໍ່ຍອມປ່ອຍພວກເຂົາໄປ
ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາໄດ້ກະທຳໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາສະໜອງພວກເຂົາເອງ.
ແມ່ນແລ້ວ ພວກຜູ້ຊາຍໃນເມືອງແມ່ນແຕ່ຄົນທີ່ແຂງແຮງທີ່ສຸດ ກໍຈະຖືກຂ້າໃນສະໜາມຮົບ.
ຈົ່ງຄົ້ນເບິ່ງໃນໜັງສືຂອງພຣະເຈົ້າຢາເວ ກ່ຽວກັບສັບພະທຸກສິ່ງທີ່ມີຊີວິດວ່າ ມີກ່າວໄວ້ຢ່າງໃດ. ສັດເຫຼົ່ານີ້ຈະບໍ່ຂາດໄປຈັກໂຕແລະຈະບໍ່ມີໂຕໃດຂາດຄູ່. ພຣະເຈົ້າຢາເວສັ່ງໄວ້ເພື່ອໃຫ້ເປັນດັ່ງນັ້ນ ວິນຍານຂອງພຣະອົງຈະເປັນຜູ້ນຳສັດເຫຼົ່ານີ້ມາເຕົ້າໂຮມກັນ.
ແລ້ວສະຫງ່າຣາສີຂອງພຣະເຈົ້າຢາເວກໍຈະປາກົດແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີນັ້ນ ປາກຂອງພຣະເຈົ້າຢາເວເອງໄດ້ກ່າວໄວ້.”
ແລ້ວເຈົ້າກໍຈະໄດ້ພົບຄວາມຊົມຊື່ນຍິນດີໃນພຣະເຈົ້າຢາເວ ເນື່ອງຈາກບົວລະບັດຮັບໃຊ້ເຮົາ. ເຮົາຈະໃຫ້ເຈົ້າໄດ້ຮັບກຽດໃນທົ່ວທັງໂລກນີ້ ແລະເຈົ້າກໍຈະມ່ວນຊື່ນເບີກບານໃຈໃນດິນແດນ ທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບບັນພະບຸລຸດຂອງເຈົ້າ.” ປາກຂອງພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຊາຕາກຳຂອງພວກເຈົ້າຄືການຕາຍຢ່າງໂຫດຫ້ຽມ ເພາະພວກເຈົ້າບໍ່ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ ຫລືຍອມຟັງເມື່ອເຮົາໄດ້ກ່າວແກ່ພວກເຈົ້າ. ພວກເຈົ້າເລືອກເອົາການບໍ່ເຊື່ອຟັງແລະການເຮັດຊົ່ວ.
ພຣະອົງບອກວ່າ, “ຍ້ອນປະຊາຊົນເຫຼົ່ານີ້ໄດ້ປະຕິເສດ ສາຍນໍ້າທີ່ງຽບສະຫງັດຈາກຫ້ວຍນໍ້າຊີໂລອາ ແລະສັ່ນເຊັນ ຕໍ່ໜ້າກະສັດເຣຊິນແລະກະສັດເປກາ
ແຕ່ພວກເຈົ້າຕ້ອງເຊື່ອຟັງເຮົາແລະຢຶດຖືວັນຊະບາໂຕເປັນວັນສັກສິດ. ແລະບໍ່ຕ້ອງແບກຫາມສິ່ງໃດໆ ຜ່ານປະຕູຕ່າງໆຂອງນະຄອນເຢຣູຊາເລັມໃນວັນນັ້ນ; ເພາະຖ້າພວກເຈົ້າຂືນເຮັດ ເຮົາຈະຈູດປະຕູຂອງນະຄອນເຢຣູຊາເລັມຖິ້ມ. ໄຟຈະໄໝ້ເຜົາຜານວັງຕ່າງໆໃນນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດມອດໄດ້.”
ແລ້ວພຣະອົງກໍບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຟັງໃຫ້ດີ ເຮົາຈະໃຫ້ພວກເຈົ້າເລືອກເອົາລະຫວ່າງທາງນຳໄປສູ່ຊີວິດແລະທາງນຳໄປສູ່ຄວາມຕາຍ.
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ພວກເຈົ້າຕ້ອງເຊື່ອຟັງເຮົາ ໂດຍເຮັດຕາມຄຳສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ
ແລະປິດລ້ອມນະຄອນເຢຣູຊາເລັມໄວ້ດັ່ງຄົນກຳລັງເຝົ້າທົ່ງນາ ເພາະປະຊາຊົນໃນດິນແດນໄດ້ກະບົດຕໍ່ສູ້ເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
“ຈົ່ງປະກາດຂ່າວນີ້ໃນເມືອງຂອງເອຢິບ ໃນມິກໂດນ, ມຳຟິດ ແລະຕາປັນເຮັດວ່າ, ‘ຈົ່ງຕຽມພ້ອມເພື່ອປ້ອງກັນພວກເຈົ້າເອງສາ ພວກເຈົ້າທັງໝົດຈະຖືກສົງຄາມກຳຈັດໃຫ້ພິນາດ
ເຮົາຈະນຳການລົບລາຂ້າຟັນມາເປັນການລົງໂທດ ຍ້ອນວ່າພວກເຈົ້າໄດ້ຝ່າຝືນພັນທະສັນຍາຂອງເຮົາ ແລະຖ້າພວກເຈົ້າເຕົ້າໂຮມກັນຢູ່ໃນເມືອງທີ່ປອດໄພ ເຮົາກໍຈະສົ່ງໂຣກລະບາດມາໃນທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຖືກບີບບັງຄັບໃຫ້ຍອມຈຳນົນແກ່ເຫຼົ່າສັດຕູຂອງພວກເຈົ້າ.
ເຮົາຈະເອົາການລົບລາຂ້າຟັນກັນມາສູ່ພວກເຈົ້າ ແລະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ. ດິນແດນຂອງພວກເຈົ້າຈະຮົກຮ້າງວ່າງເປົ່າ ແລະຕົວເມືອງທັງຫລາຍຂອງພວກເຈົ້າກໍຈະຖືກປະໃຫ້ເປັນເມືອງຮ້າງ.
ທຸກໆຄົນຈະຢູ່ນຳກັນຢ່າງສະຫງົບສຸກ ທ່າມກາງສວນອະງຸ່ນແລະຕົ້ນໝາກເດື່ອ ແລະບໍ່ມີຜູ້ໃດຈະເຮັດໃຫ້ພວກເຂົາຢ້ານກົວເລີຍ ປາກຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫຼະ.
ພຣະເຈົ້ານັ້ນບໍ່ຄືມະນຸດ ຜູ້ເວົ້າຕົວະເປັນເດີ ພຣະອົງບໍ່ປ່ຽນຄວາມຄິດເຫັນ ດັ່ງມະນຸດເຮົາຈັກເທື່ອ. ເມື່ອພຣະອົງສັນຍາເຮັດສິ່ງໃດແລ້ວ ພຣະອົງກໍເຮັດສິ່ງນັ້ນທັນທີ ເມື່ອພຣະອົງກ່າວຈາ ພຣະອົງກໍລົງມືກະທຳໂລດ.
ດ້ວຍຫວັງວ່າຈະໄດ້ຊີວິດນິຣັນດອນ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ໄດ້ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ,
ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ແລະທັງບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ. ແລ້ວມືຂອງພຣະເຈົ້າຢາເວຈະຕໍ່ສູ້ພວກເຈົ້າແລະກະສັດຂອງພວກເຈົ້າດ້ວຍ.
ແຕ່ຖ້າພວກເຈົ້າຍັງດຳເນີນຊີວິດຢູ່ໃນຄວາມບາບ ພວກເຈົ້າແລະກະສັດຂອງພວກເຈົ້າຈະຖືກທຳລາຍ.”
ແລະອົງຊົງເປັນທີ່ເພິ່ງອັນແຂງແກ່ນຂອງຊາດອິດສະຣາເອນ ຈະບໍ່ເວົ້າຕົວະຫລືປ່ຽນໃຈ. ພຣະອົງບໍ່ແມ່ນມະນຸດ ສະນັ້ນ ພຣະອົງຈຶ່ງບໍ່ປ່ຽນໃຈ.”