Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ໂອ ຈັກກະວານ​ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ກຳລັງ​ກ່າວ ພວກ​ເດັກນ້ອຍ​ທີ່​ເຮົາ​ລ້ຽງ​ມາ​ຈົນ​ໃຫຍ່​ໄດ້​ກະບົດ​ຕໍ່ສູ້​ເຮົາ.

Uka jalj uñjjattʼäta Copia luraña




ເອຊາຢາ 1:2
37 Jak'a apnaqawi uñst'ayäwi  

ເພິ່ນ​ປະຕິເສດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ເພິ່ນ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ.


ຈົ່ງ​ຟັງ​ເຖີດ ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເອີຍ ຄົນ​ທົ່ວ​ທັງໂລກ​ເອີຍ ຈົ່ງ​ຮັບ​ຟັງ​ເລື່ອງນີ້


ພຣະອົງ​ຊົງ​ຮຽກເອີ້ນ​ຟ້າ​ສະຫວັນ​ເບື້ອງ​ເທິງ​ແລະ​ແຜ່ນດິນ​ໂລກ​ມາ ໃຫ້​ເປັນ​ພະຍານ​ເພື່ອ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: “ເຄາະກຳ​ເປັນ​ຂອງ​ຜູ້ປົກຄອງ​ຢູດາຍ​ສາ​ແລ້ວ ເພາະ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ເຮັດ​ຕາມ​ແຜນການ​ຕ່າງໆ​ທີ່​ເຮົາ​ບໍ່ໄດ້​ກຳນົດ​ໃຫ້ ແລະ​ເຊັນ​ສັນຍາ​ຕໍ່ສູ້​ຄວາມປະສົງ​ຂອງເຮົາ ໂດຍ​ເຮັດ​ບາບຊ້ອນບາບ​ກອງ​ໄວ້.


ພວກເຂົາ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢູ່​ສະເໝີ, ຕົວະ​ພຣະເຈົ້າ​ຢູ່​ສະເໝີ, ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ຢູ່​ສະເໝີ.


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ປະຊາຊົນ​ທຸກ​ຊົນຊາດ​ເອີຍ ຈົ່ງ​ມາ​ເທີ້ນ ຈົ່ງ​ມາ​ເຕົ້າໂຮມ​ກັນ​ແລະ​ຟັງ. ຈົ່ງ​ໃຫ້​ໝົດ​ທັງ​ໂລກ ແລະ​ໝົດ​ທຸກຄົນ​ຢູ່​ໃນ​ໂລກ​ມາ​ທີ່ນີ້​ແລະ​ຟັງ.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ເຮົາ​ຍິນດີ​ຕ້ອນຮັບ​ປະຊາຊົນ​ຂອງເຮົາ​ຢູ່​ສະເໝີ ຄື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ​ຕາມ​ວິທີ​ທາງ​ຂອງຕົນ​ຢ່າງ​ດື້ດ້ານ.


ປະຊາຊົນ​ອິດສະຣາເອນ​ເອີຍ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ ຈົ່ງ​ຖ່ອມຕົວ​ລົງ ແລະ​ເຊື່ອຟັງ​ພຣະອົງ​ສາ​ເຖີດ


ໂອ ດິນແດນ ດິນແດນ ດິນແດນ​ເອີຍ ຈົ່ງ​ຟັງ​ເອົາ ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ:


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ຈົ່ງ​ບອກ​ເລື່ອງ​ປຽບທຽບ​ນີ້​ແກ່​ປະຊາຊົນ​ຂອງເຮົາ​ຜູ້​ມັກ​ກະບົດ​ວ່າ, ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ພວກເຂົາ​ດັ່ງນີ້: ຈົ່ງ​ຕັ້ງ​ໝໍ້ຂາງ​ໃສ່​ທີ່​ເທິງ​ເຕົາ​ໄຟ ແລະ​ຖອກ​ນໍ້າ​ລົງ​ໃສ່​ເຕັມ​ໝໍ້ຂາງ​ນັ້ນ.


ດັ່ງນັ້ນ ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ພູເຂົາ​ຕ່າງໆ ແລະ​ເນີນພູ​ຕ່າງໆ, ຫ້ວຍນໍ້າ​ແລະ​ຮ່ອມພູ​ທັງຫຼາຍ ບ່ອນ​ທີ່​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເປົ່າປ່ຽວ ແລະ​ເມືອງ​ຮົກຮ້າງ​ຫວ່າງເປົ່າ​ທີ່​ຖືກ​ປຸ້ນ ແລະ​ຖືກ​ຫຍໍ້ຫຍັນ​ຈາກ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ.


ປະຊາຊົນ​ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ພວກເຈົ້າ ຄື​ຄົນ​ທັງ​ຊາດ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ,


ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ຟັງ​ເລື່ອງ​ນີ້​ບັນດາ​ທຸກ​ຊົນຊາດ​ເອີຍ ຈົ່ງ​ຟັງ​ເລື່ອງ​ນີ້​ທຸກຄົນ ທັງ​ທຸກສິ່ງ​ທີ່​ແຜ່ນດິນ​ໂລກ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃດ ອົງພຣະ​ຜູ້​ເປັນເຈົ້າ​ຈາກ​ພຣະວິຫານ​ທີ່​ບໍຣິສຸດ​ຂອງ​ພຣະອົງ.


ແຕ່​ສຳລັບ​ຂ້າພະເຈົ້າ​ແລ້ວ ພຣະເຈົ້າຢາເວ​ໃຫ້​ຂ້າພະເຈົ້າ​ເຕັມ​ໄປ​ດ້ວຍ​ພຣະວິນຍານ ຕະຫລອດ​ທັງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ພຣະອົງ​ໃຫ້​ຂ້າພະເຈົ້າ​ມີ​ຄວາມ​ເຂົ້າໃຈ​ໃນ​ຄວາມ​ຍຸດຕິທຳ ແລະ​ມີ​ຄວາມ​ກ້າຫານ​ເພື່ອ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ແມ່ນ​ຫຍັງ​ຄື​ການບາບ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’


ບັດນີ້ ຂ້າພະເຈົ້າ​ຂໍ​ໃຫ້​ພວກເຈົ້າ​ເລືອກເອົາ ລະຫວ່າງ​ຊີວິດ​ແລະ​ຄວາມຕາຍ, ພຣະພອນ​ແລະ​ຄຳສາບແຊ່ງ, ແລະ​ຂ້າພະເຈົ້າ​ວິງວອນ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ໃຫ້​ເປັນ​ພະຍານ​ໃນ​ສິ່ງ​ທີ່​ພວກເຈົ້າ​ເລືອກເອົາ. ຈົ່ງ​ເລືອກເອົາ​ຊີວິດ​ເຖີດ ເພື່ອ​ໃຫ້​ພວກເຈົ້າ​ແລະ​ລູກຫລານ​ຂອງ​ພວກເຈົ້າ​ມີ​ຊີວິດ​ຢູ່.


“ໂອ ຟ້າ​ສະຫວັນ​ເອີຍ ຈົ່ງ​ງ່ຽງຫູ​ຂອງເຈົ້າ​ຟັງ​ສຽງ​ຂອງຂ້ອຍ ແລະ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ຈາກ​ປາກ​ຂອງຂ້ອຍ.


ຖ້າ​ເປັນ​ເຊັ່ນນັ້ນ ຂ້າພະເຈົ້າ​ຂໍ​ໃຫ້​ສະຫວັນ​ກັບ​ແຜ່ນດິນ​ໂລກ ຈົ່ງ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃນ​ວັນນີ້ ແລະ​ພວກເຈົ້າ​ຈະ​ດັບສູນ​ຈາກ​ດິນແດນ​ນີ້​ໃນບໍ່ຊ້າ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ຍາວນານ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຢຶດຄອງ​ນັ້ນ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka