Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:19 - ພຣະຄຳພີສັກສິ

19 ຖ້າ​ພວກເຈົ້າ​ເຕັມໃຈ​ແລະ​ເຊື່ອຟັງ​ແຕ່​ເທົ່ານັ້ນ ພວກເຈົ້າ​ກໍ​ຈະ​ໄດ້​ກິນ​ສິ່ງ​ດີ​ທີ່​ເກີດຂຶ້ນ​ໃນ​ດິນແດນ.

Uka jalj uñjjattʼäta Copia luraña




ເອຊາຢາ 1:19
22 Jak'a apnaqawi uñst'ayäwi  

ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ເນື່ອງ​ຈາກ​ບົວລະບັດ​ຮັບໃຊ້​ເຮົາ. ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຮັບກຽດ​ໃນ​ທົ່ວ​ທັງໂລກນີ້ ແລະ​ເຈົ້າ​ກໍ​ຈະ​ມ່ວນຊື່ນ​ເບີກບານ​ໃຈ​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ຢາໂຄບ​ບັນພະບຸລຸດ​ຂອງ​ເຈົ້າ.” ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ພວກ​ທີ່​ນະມັດສະການ​ເຮົາ ແລະ​ເຊື່ອຟັງ​ເຮົາ​ຈະ​ໄດ້​ກິນ ແລະ​ດື່ມ​ຢ່າງ​ອຸດົມສົມບູນ, ແຕ່​ພວກເຈົ້າ​ຈະ​ອຶດເຂົ້າ​ແລະ​ຫິວນໍ້າ. ພວກເຂົາ​ຈະ​ມີ​ຄວາມສຸກ ແຕ່​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຈະ​ໃຫ້​ພວກເຈົ້າ​ເລືອກເອົາ​ລະຫວ່າງ​ທາງ​ນຳ​ໄປ​ສູ່​ຊີວິດ​ແລະ​ທາງ​ນຳ​ໄປ​ສູ່​ຄວາມຕາຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, ຈົ່ງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ການກະທຳ​ຂອງ​ພວກເຈົ້າ​ສາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ບ່ອນ​ນີ້.


ຈົ່ງ​ປ່ຽນ​ທາງ​ດຳເນີນ​ຊີວິດ ແລະ​ການ​ກະທຳ​ຂອງ​ພວກເຈົ້າ​ສາ. ຈົ່ງ​ປະຕິບັດ​ຕໍ່​ກັນແລະກັນ​ຢ່າງ​ຍຸດຕິທຳ.


ຖ້າ​ພວກເຈົ້າ​ປ່ຽນແປງ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຖາວອນ​ສຳລັບ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ບັດນີ້ ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຈົ່ງ​ພາກັນ​ຍົກຍໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເຮັດ​ສິ່ງ​ໜ້າງຶດງໍ້​ຕ່າງໆ​ໃຫ້​ພວກເຈົ້າ​ເຫັນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ທີ່ດິນ​ຈະ​ຜະລິດ​ຜົນລະປູກ​ໃຫ້ ແລະ​ພວກເຈົ້າ​ຈະ​ໄດ້​ກິນ​ຢ່າງ​ອີ່ມໜຳ​ສຳລານ ແລະ​ຈະ​ຢູ່​ໃນ​ປະເທດ​ໄດ້​ຢ່າງ​ປອດໄພ.


ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ


ຜົນລະປູກ​ຂອງ​ພວກເຈົ້າ​ຈະ​ມີ​ຫລາຍ ຈົນ​ພວກເຈົ້າ​ຈະ​ຍັງ​ເກັບກ່ຽວ​ເຂົ້າ​ຢູ່ ເມື່ອ​ເຖິງ​ລະດູ​ເກັບ​ໝາກອະງຸ່ນ ແລະ​ພວກເຈົ້າ​ຍັງ​ຈະ​ເກັບ​ໝາກອະງຸ່ນ​ຢູ່​ເມື່ອ​ເຖິງ​ລະດູ​ປູກ​ເຂົ້າ. ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ກິນ ແລະ​ພວກເຈົ້າ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ.


ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.


“ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຢ່າງ​ສັດຊື່​ຕາມ​ພຣະ​ຄຳສັ່ງ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ວັນນີ້; ພຣະອົງ​ຈະ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ໃຫຍ່​ກວ່າ​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka