Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:18 - ພຣະຄຳພີສັກສິ

18 ພຣະເຈົ້າຢາເວ​ກ່າວ​ວ່າ, “ບັດນີ້ ຈົ່ງ​ມາ​ຕົກລົງ​ເລື່ອງລາວ​ກັນເທາະ. ເຖິງ​ແມ່ນ​ວ່າ​ບາບ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ສີແດງເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ຫິມະ ເຖິງ​ແມ່ນ​ວ່າ​ຮອຍ​ເປິເປື້ອນ​ຈະ​ແດງເຂັ້ມ ພວກເຈົ້າ​ກໍ​ຈະ​ຂາວ​ສະອາດ​ດັ່ງ​ຂົນແກະ.

Uka jalj uñjjattʼäta Copia luraña




ເອຊາຢາ 1:18
23 Jak'a apnaqawi uñst'ayäwi  

ແຕ່​ອັນ​ນີ້​ບໍ່ມີ​ຜູ້ໃດ​ກ້າ​ເປັນ​ຄົນກາງ​ໃຫ້​ພວກເຮົາ ບໍ່ມີ​ຜູ້ໃດ​ຕັດສິນ​ຄວາມ​ໃຫ້​ຂ້ອຍ​ກັບ​ພຣະເຈົ້າ​ໄດ້.


ຂໍ​ຊົງ​ໂຜດ​ຊຳລະ​ບາບ​ຂອງ​ຂ້ານ້ອຍ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ສະອາດ​ງາມ​ດີ ໂຜດ​ຊຳລະ​ການບາບ​ຂອງ​ຂ້ານ້ອຍ​ທັງໝົດ ແລະ​ຂ້ານ້ອຍ​ກໍ​ຈະ​ຂາວ​ກວ່າ​ຫິມະ.


ຂໍ​ຊົງ​ໂຜດ​ອັດ​ໜ້າ​ແລະ​ຢ່າ​ເບິ່ງ​ການບາບ​ຂອງ​ຂ້ານ້ອຍ ໂຜດ​ລຶບ​ການຊົ່ວ​ຂອງ​ຂ້ານ້ອຍ​ໃຫ້​ໝົດໄປ​ເຖີດ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ພຣະເຈົ້າຢາເວ​ພ້ອມແລ້ວ​ທີ່​ຈະ​ກ່າວ​ຄະດີ​ຂອງ​ພຣະອົງ; ພຣະອົງ​ພ້ອມ​ແລ້ວ​ທີ່​ຈະ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ພຣະເຈົ້າ​ຊົງ​ກ່າວ​ວ່າ, “ແດນ​ຫ່າງໄກ ຈົ່ງ​ມິດ​ແລະ​ຟັງ ຈົ່ງ​ຕຽມ​ຄະດີ​ຂອງ​ພວກເຈົ້າ​ສະເໜີ​ໃນ​ສານ​ເຖີດ; ພວກເຈົ້າ​ຈະ​ໄດ້​ມີ​ໂອກາດ​ກ່າວ​ແລະ​ປາໄສ ຈົ່ງ​ມາ​ຕັດສິນ​ຊີ້ຂາດ​ວ່າ​ຜູ້ໃດ​ເປັນ​ຜູ້​ຖືກຕ້ອງ.”


ພຣະເຈົ້າຢາເວ​ອົງ​ຊົງ​ເປັນ​ກະສັດ ແຫ່ງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: “ພະ​ຂອງ​ຊົນຊາດ​ຕ່າງໆ ຈົ່ງ​ສະເໜີ​ຄະດີ​ຂອງ​ພວກເຈົ້າ ຈົ່ງ​ນຳ​ຂໍ້​ໂຕ້ແຍ້ງ​ອັນ​ດີທີ່ສຸດ​ຂອງ​ພວກເຈົ້າ​ມາ​ກ່າວ


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ພຣະອົງ​ຜູ້​ຕັ້ງ​ຂ້ອຍ​ໄວ້​ໃນ​ຄວາມຊອບທຳ​ກໍ​ສະຖິດ​ຢູ່​ໃກ້ຊິດ​ຂ້ອຍ​ທຸກ​ເວລາ ແລະ​ຈະ​ພິສູດ​ວ່າ​ຂ້ອຍ​ບໍ່ມີ​ຜິດ​ຫຍັງ. ຜູ້ໃດ​ແດ່​ກ້າ​ນຳ​ເລື່ອງ​ກ່າວ​ຟ້ອງ​ຂ້ອຍ​ໄດ້​ເດ? ຈົ່ງ​ໄປ​ທີ່​ສານ​ຕັດສິນ​ນຳກັນ​ເທາະ ຈົ່ງ​ໃຫ້​ພວກເຂົາ​ນັ້ນ​ນຳ​ຄຳ​ກ່າວຫາ​ມາ​ເບິ່ງດູ ນຳ​ຄະດີ​ຂອງ​ພວກເຂົາ​ຂຶ້ນ​ມາ​ຟ້ອງ​ເບິ່ງ


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ເມື່ອ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ລາວ​ກໍ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ.


ເຮົາ​ຈະ​ອະໄພ​ການບາບ​ທີ່​ລາວ​ໄດ້​ເຮັດ​ນັ້ນ ແລະ​ລາວ​ຈະ​ມີ​ຊີວິດ ເພາະ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ.


ພູເຂົາ​ທັງຫລາຍ​ເອີຍ ເຈົ້າ​ຊຶ່ງ​ເປັນ​ຮາກຖານ​ອັນ​ຕະຫລອດໄປ​ຂອງ​ແຜ່ນດິນ​ໂລກ​ນີ້ ຈົ່ງ​ຟັງ​ຄະດີ​ຂອງ​ພຣະເຈົ້າຢາເວ​ເຖີດ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກຳລັງ​ກ່າວໂທດ​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ.


ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ


ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


ບັດນີ້ ຈົ່ງ​ຢືນ​ຢູ່​ກັບ​ທີ່​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ແລະ​ຂ້າພະເຈົ້າ​ຈະ​ຟ້ອງ​ພວກເຈົ້າ​ຕໍ່​ພຣະເຈົ້າຢາເວ ໂດຍ​ຕັກເຕືອນ​ພວກເຈົ້າ ໃຫ້​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ ເພື່ອ​ຊ່ວຍ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ໃຫ້​ພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka