Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:17 - ພຣະຄຳພີສັກສິ

17 ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”

Uka jalj uñjjattʼäta Copia luraña




ເອຊາຢາ 1:17
24 Jak'a apnaqawi uñst'ayäwi  

ຈົ່ງ​ຫັນໜີ​ຈາກ​ຄວາມຊົ່ວ ແລະ​ເຮັດ​ແຕ່​ຄວາມດີ ໃຫ້​ຕໍ່ສູ້​ເພື່ອ​ສັນຕິສຸກ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຈົ້າ.


ຢ່າ​ຂົ່ມເຫັງ​ຫລື​ບີບ​ບັງຄັບ​ຄົນ​ຕ່າງດ້າວ; ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເອງ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ຈະ​ທຳລາຍ​ເຮືອນ​ຂອງ​ຄົນ​ອວດດີ, ແຕ່​ພຣະອົງ​ຈະ​ຄຸ້ມຄອງ​ທີ່ດິນ​ຂອງ​ຍິງໝ້າຍ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


ຈົ່ງ​ເວົ້າ​ແທນ​ພວກເຂົາ​ແລະ​ເປັນ​ຜູ້ຕັດສິນ​ຢ່າງ​ຊອບທຳ ຈົ່ງ​ຄຸ້ມຄອງ​ສິດທິ​ຂອງ​ຄົນ​ທຸກຈົນ​ແລະ​ຄົນ​ຂັດສົນ.”


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ງັດ​ຄົນ​ຍາກຈົນ​ບໍ່​ໃຫ້​ມີ​ສິດ​ຫຍັງ ທັງ​ບໍ່​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ຍຸດຕິທຳ​ດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ຢຶດເອົາ​ດິນດອນ​ຕ່ອນຫຍ້າ ທີ່​ເປັນ​ຂອງ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ​ແລະ​ຖືກຕ້ອງ ເພາະ​ໃນ​ໄວໆ​ນີ້​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ພວກ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ດົນນານ​ແລ້ວ ຈົ່ງ​ເຊົາ​ເຮັດ​ການ​ຮຸນແຮງ ແລະ​ການກົດຂີ່​ຂອງ​ພວກເຈົ້າ​ນັ້ນ​ສາ. ຈົ່ງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ. ຈົ່ງ​ເຊົາ​ຂັບໄລ່​ປະຊາຊົນ​ຂອງເຮົາ ໃຫ້​ໜີ​ຈາກ​ດິນແດນ​ທີ່​ເປັນ​ກຳມະສິດ​ຂອງ​ພວກເຂົາ​ສາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.


ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຕ້ອງ​ເຮັດ​ຄື: ຈົ່ງ​ກ່າວ​ຄວາມຈິງ​ຕໍ່​ກັນແລະກັນ. ຈົ່ງ​ໃຫ້​ສານ​ຂອງ​ພວກເຈົ້າ​ຕັດສິນ​ຄວາມ​ຢ່າງ​ຍຸດຕິທຳ​ອັນ​ແທ້ຈິງ ຄື​ຄວາມ​ຍຸດຕິທຳ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ.


ອາຫານ​ນີ້​ແມ່ນ​ສຳລັບ​ພວກ​ເລວີ ໃນ​ເມື່ອ​ພວກເຂົາ​ບໍ່ມີ​ຊັບສົມບັດ​ໃດໆ​ເປັນ​ຂອງ​ຕົນເອງ ແລະ​ສຳລັບ​ຊາວ​ຕ່າງດ້າວ ລູກ​ກຳພ້າ ແລະ​ແມ່ໝ້າຍ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ໄດ້​ມາ​ຮັບ​ເອົາ​ໄປ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ. ຈົ່ງ​ປະຕິບັດ​ເຊັ່ນນີ້ ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ອວຍພອນ​ທຸກໆ​ສິ່ງ​ທີ່​ພວກເຈົ້າ​ເຮັດ.”


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka