Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:15 - ພຣະຄຳພີສັກສິ

15 ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.

Uka jalj uñjjattʼäta Copia luraña




ເອຊາຢາ 1:15
36 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເຂົ້າ​ໄປ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ. ໃນ​ທີ່ນັ້ນ​ເພິ່ນ​ຍົກມື​ຂຶ້ນ


ຫລັງຈາກ​ທີ່​ກະສັດ​ໂຊໂລໂມນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ສິ້ນສຸດ​ລົງ​ແລ້ວ ເພິ່ນ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ແທ່ນບູຊາ​ບ່ອນ​ທີ່​ເພິ່ນ​ຄຸເຂົ່າ​ລົງ​ແລະ​ຍົກມື​ຂຶ້ນ​ນັ້ນ.


ເມື່ອ​ເຖິງ​ເວລາ​ເຜົາບູຊາ​ໃນ​ຍາມແລງ ຂ້າພະເຈົ້າ​ໄດ້​ລຸກ​ຂຶ້ນ​ຈາກ​ບ່ອນ​ທີ່​ຂ້າພະເຈົ້າ​ນັ່ງ​ລົງ​ເປັນທຸກໃຈ ແລະ​ຍັງ​ນຸ່ງ​ເສື້ອ​ຂາດ​ຢູ່. ຂ້າພະເຈົ້າ​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ ໂດຍ​ຍົກມື​ຂຶ້ນ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ.


ຄວາມ​ຢ້ານໃຫຍ່​ຈະ​ຫລອນ​ມາ​ດັ່ງ​ນໍ້າ​ຖ້ວມ​ນາ ລົມ​ຕອນ​ກາງຄືນ​ຈະ​ພັດ​ພາ​ພວກເຂົາ​ໄປສິ້ນ.


ເປັນ​ການ​ບໍ່ມີ​ປະໂຫຍດ​ທີ່​ພວກເຂົາ​ຈະ​ຮ້ອງ​ອອກ​ມາ ພຣະເຈົ້າ​ອົງ​ຍິ່ງໃຫຍ່​ບໍ່​ຫລຽວແລ ແລະ​ບໍ່ໄດ້ຍິນ​ພວກເຂົາ​ຊໍ້າ.


ຈົ່ງ​ຍົກ​ມື​ຂອງທ່ານ​ຂຶ້ນ​ພາວັນນາ​ອະທິຖານ​ໃນ​ພຣະວິຫານ ແລະ​ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າ ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ ແລະ​ຢ່າ​ສູ່​ຫັນ​ໜີ​ຈາກ​ຄຳຮ້ອງຂໍ​ຂອງ​ຂ້ານ້ອຍ​ເລີຍ


ຖ້າ​ຂ້ອຍ​ເມີນເສີຍ​ຕໍ່​ບາບ​ທີ່​ຂ້ອຍ​ໄດ້​ເຮັດ​ເອງ ພຣະເຈົ້າຢາເວ​ກໍ​ຄົງ​ບໍ່​ຟັງ​ສຽງ​ຂ້ອຍ​ດອກ.


ໂມເຊ​ຈຶ່ງ​ບອກ​ກະສັດ​ຟາໂຣ​ວ່າ, “ເມື່ອ​ຂ້ານ້ອຍ​ອອກ​ໄປ​ຈາກ​ເມືອງ​ນີ້​ແລ້ວ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ​ຈະ​ຢຸດ​ແລະ​ໝາກເຫັບ​ກໍ​ຈະ​ບໍ່ມີ​ອີກ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງ​ພຣະເຈົ້າຢາເວ.


ເມື່ອນັ້ນ​ແຫລະ ເຈົ້າ​ຈະ​ເອີ້ນ​ຫາ​ປັນຍາ, ແຕ່​ເຮົາ​ຈະ​ບໍ່​ຕອບ​ເຈົ້າ. ເຈົ້າ​ຈະ​ຊອກ​ຫາ​ເຮົາ​ໃນ​ທົ່ວ​ທຸກບ່ອນ, ແຕ່​ເຈົ້າ​ຈະ​ບໍ່​ພົບ​ເຮົາ.


ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.


ພຣະເຈົ້າ​ແຫ່ງ​ອິດສະຣາເອນ ພຣະຜູ້ຊ່ວຍ​ຄົນ​ຂອງ​ພຣະອົງ ເປັນ​ພຣະເຈົ້າ​ອົງ​ທີ່​ເຊື່ອງຊ້ອນ​ຕົນເອງ​ໄວ້.


ການ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ​ພາ​ໃຫ້​ພວກເຈົ້າ​ຮຸນແຮງ ທັງ​ທະເລາະ​ຜິດຖຽງກັນ ແລະ​ຕໍ່ສູ້​ຊຶ່ງກັນແລະກັນ. ພວກເຈົ້າ​ຄິດວ່າ​ການ​ຖືສິນ​ອົດອາຫານ​ແບບ​ນີ້ ຈະ​ເຮັດ​ໃຫ້​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ຈັ່ງ​ຊັ້ນບໍ?


ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ທີ່ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກພາ​ອາໄສ. ຈົ່ງ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ ແລະ​ຢ່າ​ລະເລີຍ​ໃນ​ການ​ຊ່ວຍເຫລືອ​ເພື່ອນມະນຸດ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ລີ້​ພຣະອົງ​ເອງ​ຈາກ​ປະຊາຊົນ​ຂອງ​ພຣະອົງ ແຕ່​ຂ້າພະເຈົ້າ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ມອບ​ຄວາມຫວັງ​ໄວ້​ໃນ​ພຣະອົງ.


ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.


ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”


ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”


ພວກເຈົ້າ​ໄດ້​ຂ້າ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໃນ​ເມືອງ​ນີ້ ຈົນ​ວ່າ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ຊາກສົບ.


“ມະນຸດ​ເອີຍ ຄົນ​ເຫຼົ່ານີ້​ໄດ້​ມອບ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ແກ່​ຮູບເຄົາຣົບ ແລະ​ປ່ອຍ​ຮູບເຄົາຣົບ​ໃຫ້​ນຳ​ພວກເຂົາ​ໄປ​ສູ່​ການກະທຳ​ບາບ. ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ຕອບ​ພວກເຂົາ​ບໍ?


ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ ການ​ທີ່​ຊາວ​ອິດສະຣາເອນ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ. ເຮົາ​ໄດ້​ຫັນໜີ​ຈາກ​ພວກເຂົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເອົາ​ຊະນະ​ພວກເຂົາ ແລະ​ຂ້າ​ພວກເຂົາ​ຖິ້ມ​ໃນ​ສະໜາມຮົບ.


ພວກເຂົາ​ນຳ​ເອົາ​ຝູງແກະ ແລະ​ຝູງງົວ​ໄປ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ; ແຕ່​ບໍ່ໄດ້​ປະໂຫຍດ​ຫຍັງ​ເລີຍ. ພວກເຂົາ​ພົບ​ພຣະອົງ​ບໍ່ໄດ້ ເພາະ​ພຣະອົງ​ໄດ້​ໜີ​ຈາກ​ພວກເຂົາ​ໄປ​ສາ​ແລ້ວ.


ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ; ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ກໍ​ເພາະ​ພວກເຈົ້າ​ໄດ້​ປະພຶດ​ຊົ່ວ.


ຍ້ອນ​ພວກເຂົາ​ບໍ່​ເຊື່ອຟັງ​ເມື່ອ​ເຮົາ​ກ່າວ, ເຮົາ​ຈຶ່ງ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


“ແຕ່​ເມື່ອ​ເຈົ້າ​ພາວັນນາ​ອະທິຖານ ຢ່າ​ເວົ້າ​ຊໍ້າ​ຄຳ​ເກົ່າ​ເໝືອນ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ພຣະເຈົ້າ​ຈະ​ໄດ້ຍິນ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ.


ພວກເຮົາ​ຮູ້​ຢູ່​ວ່າ ພຣະເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້ໃດ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ຟັງ​ຜູ້ນັ້ນ.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka