ເອຊາຢາ 1:13 - ພຣະຄຳພີສັກສິ13 ການທີ່ພວກເຈົ້ານຳເອົາເຄື່ອງມາຖວາຍນັ້ນ ເປັນການບໍ່ມີປະໂຫຍດ. ເຮົາເບື່ອໜ່າຍຕໍ່ກິ່ນທູບຄວັນທຽນຂອງພວກເຈົ້າ. ເຮົາບໍ່ອາດທົນຕໍ່ວັນສະຫລອງເດືອນອອກໃໝ່, ວັນຊະບາໂຕ ແລະການມາເຕົ້າໂຮມກັນອື່ນໆຂອງພວກເຈົ້າໄດ້ອີກແລ້ວ; ເທດສະການທັງໝົດເຫຼົ່ານັ້ນເປັນມົນທິນ ເພາະການບາບຂອງພວກເຈົ້າ. Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ບັດນີ້ ຊາວອິດສະຣາເອນທັງໝົດເອີຍ ຈົ່ງປະພຶດຕົນໃຫ້ເໝາະສົມສາ ຈົ່ງຮັບໃຊ້ບັນດາຮູບເຄົາຣົບຂອງພວກເຈົ້າຕໍ່ໄປ ແຕ່ເຮົາຂໍເຕືອນພວກເຈົ້າວ່າ ຫລັງຈາກນີ້ແລ້ວພວກເຈົ້າຈະຕ້ອງເຊື່ອຟັງເຮົາ ແລະເຊົາລົບຫລູ່ນາມອັນສັກສິດຂອງເຮົາ ໂດຍຢຸດຖວາຍບູຊາແກ່ບັນດາຮູບເຄົາຣົບຂອງພວກເຈົ້າ.