Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:12 - ພຣະຄຳພີສັກສິ

12 ຜູ້ໃດ​ບອກ​ພວກເຈົ້າ​ໃຫ້​ນຳ​ສິ່ງ​ທັງໝົດ​ນີ້​ມາ ເມື່ອ​ພວກເຈົ້າ​ເຂົ້າ​ນະມັດສະການ​ເຮົາ? ຜູ້ໃດ​ບອກ​ພວກເຈົ້າ​ເຂົ້າ​ມາ​ຢຽບຢໍ່າ​ວິຫານ​ຂອງເຮົາ?

Uka jalj uñjjattʼäta Copia luraña




ເອຊາຢາ 1:12
10 Jak'a apnaqawi uñst'ayäwi  

ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.


ທຸກໆ​ປີ​ໃດ​ໃນ​ເທດສະການ​ສາມ​ປາງ​ນີ້ ໃຫ້​ພວກ​ຜູ້ຊາຍ​ເຂົ້າ​ມາ​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.


ສາມ​ເທື່ອ​ຕໍ່​ທຸກໆ​ປີ​ໃດ ຈົ່ງ​ໃຫ້​ຜູ້ຊາຍ​ທຸກຄົນ​ເຂົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ​ພຣະເຈົ້າ, ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ລະມັດ​ລະວັງ ເມື່ອ​ເຂົ້າ​ໄປ​ໃນ​ພຣະວິຫານ ເຂົ້າ​ໄປ​ໃນ​ທີ່ນັ້ນ​ເພື່ອ​ສຶກສາ​ຮຽນຮູ້ ກໍດີກວ່າ​ເຂົ້າ​ໄປ​ຖວາຍ​ເຄື່ອງ​ບູຊາ ດັ່ງ​ຄົນໂງ່ຈ້າ​ທີ່​ບໍ່​ຮູ້ຈັກ​ຜິດ​ຈັກ​ຖືກ.


ວິຫານ​ນີ້​ມີຊື່ ຕາມ​ນາມຊື່​ຂອງເຮົາ, ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ​ຊັ້ນບໍ? ເຮົາ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຊົນຊາດ​ຂອງ​ພວກເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ສາມ​ເທື່ອ​ຕໍ່​ປີ ດັ່ງນີ້: ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ, ເທດສະການ​ລະດູ​ເກັບກ່ຽວ ແລະ​ເທດສະການ​ປຸກຕູບຢູ່. ຢ່າ​ໃຫ້​ພວກເຂົາ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka