ເອຊາຢາ 1:11 - ພຣະຄຳພີສັກສິ11 ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າຄິດວ່າເຮົາຢາກໄດ້ສິ່ງທີ່ພວກເຈົ້າ ສືບຕໍ່ນຳມາຖວາຍແກ່ເຮົາຊັ້ນບໍ? ເຮົາອີ່ມພໍແລ້ວສຳລັບແກະທີ່ພວກເຈົ້ານຳມາເຜົາບູຊາ ແລະໄຂມັນສັດໂຕຕຸ້ຍພີດີຂອງພວກເຈົ້ານັ້ນ. ເຮົາເປີດໜ່າຍເລືອດງົວກັບເລືອດແກະແລະເລືອດແບ້. Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.