ເອຊາຢາ 1:10 - ພຣະຄຳພີສັກສິ10 ນະຄອນເຢຣູຊາເລັມເອີຍ ບັນດາຜູ້ປົກຄອງແລະຊາວເມືອງຂອງເຈົ້ານັ້ນ ເປັນດັ່ງພວກຜູ້ປົກຄອງຂອງຊາວເມືອງໂຊໂດມແລະໂກໂມຣາ. ຈົ່ງຕັ້ງໃຈຟັງສິ່ງທີ່ພຣະເຈົ້າຢາເວກຳລັງກ່າວແກ່ພວກເຈົ້າ. ຈົ່ງເອົາໃຈໃສ່ຕໍ່ກົດບັນຍັດທີ່ພຣະເຈົ້າຂອງພວກເຮົາກຳລັງສັ່ງສອນພວກເຈົ້າ. Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.