Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 1:1 - ພຣະຄຳພີສັກສິ

1 ພຣະທຳ​ເຫຼັ້ມນີ້​ບັນຈຸ​ຖ້ອຍຄຳ​ກ່ຽວກັບ​ອານາຈັກ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ ທີ່​ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ແກ່​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃນ​ຣາຊການ​ຂອງ​ເຈົ້າ​ອຸດຊີຢາ, ເຈົ້າ​ໂຢທາມ, ເຈົ້າ​ອາຮາດ​ແລະ​ເຈົ້າ​ເຮເຊກີຢາ​ປົກຄອງ​ອານາຈັກ​ຢູດາຍ.

Uka jalj uñjjattʼäta Copia luraña




ເອຊາຢາ 1:1
38 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ປີ​ທີ​ຊາວເຈັດ ຂອງ​ເຈົ້າ​ເຢໂຣໂບອາມ​ທີສອງ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ອຸດຊີຢາ ລູກຊາຍ​ຂອງ​ເຈົ້າ​ອາມາຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ


ໃນ​ຣາຊການ​ປີ​ທີ​ສາມສິບເກົ້າ ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ຊານລູມ ລູກຊາຍ​ຂອງ​ຢາເບັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ຊາມາເຣຍ​ເປັນ​ເວລາ​ໜຶ່ງ​ເດືອນ.


ໃນ​ຣາຊການ​ປີ​ທີ​ສອງ​ຂອງ​ເຈົ້າເປກາ​ລູກຊາຍ​ຂອງ​ເຈົ້າ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ


ເພິ່ນ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ; ແລ້ວ​ເຈົ້າ​ໂຢທາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ໂຮເຊຢາ​ລູກຊາຍ​ຂອງ​ເຈົ້າເອລາ ກະສັດ​ແຫ່ງ​ອິດສະຣາເອນ; ເຈົ້າ​ເຮເຊກີຢາ ລູກຊາຍ​ຂອງ​ກະສັດ​ອາຮາດ​ໄດ້​ຂຶ້ນ​ປົກຄອງ​ອານາຈັກ​ຢູດາຍ


ເພິ່ນ​ໄດ້​ສັ່ງ​ໃຫ້​ເອລີອາກິມ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ; ແລະ​ພວກ​ປະໂຣຫິດ​ຜູ້​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກ​ນີ້​ຕ່າງ​ກໍ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ຄືກັນ.


ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ໄດ້​ເລືອກ​ເອົາ​ເຈົ້າ​ອຸດຊີຢາ​ອາຍຸ​ສິບຫົກ​ປີ ລູກຊາຍ​ຂອງ​ອາມາຊີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ບັນທຶກ​ສິ່ງ​ອື່ນໆ​ທັງໝົດ ທີ່​ກະສັດ​ອຸດຊີຢາ​ໄດ້​ເຮັດ​ໃນ​ຣາຊການ​ຂອງ​ເພິ່ນ.


ເຈົ້າ​ໂຢທາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢຣູຊາ​ລູກສາວ​ຂອງ​ຊາດົກ.


ເຈົ້າ​ອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ; ແຕ່​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ບໍ່​ພໍພຣະໄທ


ພວກເຂົາ​ໄດ້​ນຳ​ງົວເຖິກ​ຫົກຮ້ອຍ​ໂຕ ແລະ​ແກະເຖິກ​ສາມພັນ​ໂຕ ມາ​ເປັນ​ເຄື່ອງ​ບູຊາ ເພື່ອ​ໃຫ້​ປະຊາຊົນ​ກິນ.


ດົນນານ​ມາ​ແລ້ວ​ທີ່​ພຣະອົງ​ກ່າວ​ທາງ​ນິມິດ​ຄວາມຝັນ ຕໍ່​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ​ວ່າ, “ເຮົາ​ໄດ້​ຖອກເທ​ພະກຳລັງ​ໃຫ້​ນັກຮົບ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ດີ ແລະ​ມອບ​ບັນລັງ​ໃຫ້​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ຈາກ​ໄພ່ພົນ​ທັງປວງ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ຕໍ່ໄປນີ້ ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໄດ້​ບອກ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກ່ຽວກັບ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ​ວ່າ:


ກ່ອນ​ໜ້າ​ນັ້ນ​ສາມ​ປີ ພຣະເຈົ້າຢາເວ​ໄດ້​ບອກ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໃຫ້​ຖອດ​ເກີບ ແລະ​ແກ້​ເສື້ອ​ທີ່​ຕົນ​ນຸ່ງ​ອອກ. ເພິ່ນ​ໄດ້​ປະຕິບັດ​ຕາມ​ນັ້ນ​ໂດຍ​ຍ່າງ​ໄປມາ​ຕີນ​ເປົ່າ ແລະ​ເປືອຍຕົວ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຂຶ້ນ​ໄປ​ເທິງ​ພູສູງ ຈົ່ງ​ພາກັນ​ໄປ​ປະກາດ​ຂ່າວດີ​ຢູ່​ທີ່ນັ້ນ​ເຖີດ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ດັງໆ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ປະກາດ​ຂ່າວດີ ຢ່າ​ຢ້ານກົວ​ສິ່ງ​ໃດໆ​ທັງນັ້ນ. ຈົ່ງ​ບອກ​ເມືອງ​ຕ່າງໆ​ຂອງ​ຊາວ​ຢູດາຍ ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ກຳລັງ​ສະເດັດ​ມາຮອດ.


ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍໄປ​ນັ້ນ ໃນ​ນິມິດ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ສູງສົ່ງ​ຂອງ​ພຣະອົງ ແລະ​ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຄຸມ​ຢູ່​ເຕັມ​ພຣະວິຫານ.


ເມື່ອ​ກະສັດ​ອາຮາດ ລູກຊາຍ​ຂອງ​ໂຢທາມ​ແລະ​ຫລານຊາຍ​ຂອງ​ອຸດຊີຢາ ໄດ້​ຂຶ້ນ​ປົກຄອງ​ຢູດາຍ​ນັ້ນ ສົງຄາມ​ໄດ້​ລະເບີດ​ຂຶ້ນ. ກະສັດ​ເຣຊິນ​ແຫ່ງ​ຊີເຣຍ ແລະ​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ແຫ່ງ​ອິດສະຣາເອນ ໄດ້​ບຸກໂຈມຕີ​ນະຄອນ​ເຢຣູຊາເລັມ; ແຕ່​ພວກເຂົາ​ຢຶດເອົາ​ນະຄອນ​ເຢຣູຊາເລັມ​ບໍ່ໄດ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ຕໍ່ໄປນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ ຄົນລ້ຽງແກະ​ຜູ້ໜຶ່ງ​ໃນ​ເມືອງ​ເຕກົວ. ກ່ອນ​ແຜ່ນດິນ​ໄຫວ​ສອງ​ປີ ເມື່ອ​ອຸດຊີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ ແລະ​ເຢໂຣໂບອາມ ລູກຊາຍ​ຂອງ​ເຢໂຮອາດ​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ; ພຣະເຈົ້າ​ໄດ້​ເປີດເຜີຍ​ເລື່ອງລາວ​ເຫຼົ່ານີ້​ທັງໝົດ ກ່ຽວກັບ​ຊາດ​ອິດສະຣາເອນ​ໃຫ້​ແກ່​ອາໂມດ.


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ພຣະເຈົ້າຢາເວ​ໄດ້​ໃຫ້​ຄຳຕອບ​ນີ້​ແກ່​ຂ້ອຍ: “ຈົ່ງ​ຂຽນ​ຢ່າງ​ແຈ່ມແຈ້ງ ເລື່ອງ​ທີ່​ເຮົາ​ບອກ​ເຈົ້າ​ທາງ​ນິມິດ​ນີ້​ໃສ່​ແຜ່ນ​ປ້າຍ ເພື່ອ​ໃຫ້​ຄົນ​ອ່ານ​ອອກ​ໄດ້​ງ່າຍ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ຜູ້​ໄດ້ຍິນ​ສິ່ງ​ທີ່​ພຣະເຈົ້າ ກຳລັງ​ກ່າວ​ຈາ ແລະ​ໄດ້​ຮັບ​ສະຕິປັນຍາ ມາ​ຈາກ​ຜູ້​ສູງສຸດ​ພຸ້ນ. ຄື​ເຫັນ​ນິມິດ​ລົງ​ມາ ຈາກ​ພຣະເຈົ້າ​ອົງ​ມີ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ຜູ້​ທີ່ໄດ້ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະເຈົ້າ. ຄື​ຜູ້​ທີ່​ເຫັນ​ນິມິດ​ຈາກ​ພຣະເຈົ້າ ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຜູ້​ທີ່​ລົ້ມລົງ, ແຕ່​ຕາ​ໄດ້​ຖືກ​ເປີດອອກ ກ່າວວ່າ,


ໃນ​ເວລາ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ ພຣະເຢຊູເຈົ້າ​ໄດ້​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ສູ່​ບອກ​ນິມິດ​ທີ່​ພວກເຈົ້າ​ເຫັນ​ນີ້​ໃຫ້​ຜູ້ໃດ​ຮູ້ ຈົນກວ່າ​ບຸດ​ມະນຸດ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.”


ຂະນະທີ່​ເປໂຕ​ຍັງ​ຄິດ​ບໍ່​ອອກ​ວ່າ ນິມິດ​ທີ່​ຕົນ​ໄດ້​ເຫັນ​ນັ້ນ​ມີ​ຄວາມໝາຍ​ຢ່າງ​ໃດ ແລະ​ເບິ່ງແມ! ຄົນ​ທີ່​ໂກເນລີໂອ​ໄດ້​ໃຊ້​ມາ​ນັ້ນ ເມື່ອ​ໄດ້​ສອບ​ຖາມ​ຫາ​ເຮືອນ​ຂອງ​ຊີໂມນ ແລະ​ໄດ້​ຮູ້​ວ່າ​ຢູ່​ທີ່​ໃດ​ແລ້ວ ພວກເຂົາ​ກໍໄດ້​ມາ​ຢືນ​ຢູ່​ທີ່​ໜ້າ​ປະຕູ​ເຮືອນ.


“ກະສັດ​ອັກຄຼີປາ​ທີ່​ນັບຖື ເມື່ອ​ເປັນ​ເຊັ່ນນັ້ນ ຂ້ານ້ອຍ​ບໍ່ໄດ້​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ທີ່​ມາ​ເຖິງ​ຂ້ານ້ອຍ.


ເຮົາ​ຈຳເປັນ​ຕ້ອງ​ອວດ, ເຖິງ​ແມ່ນ​ວ່າ​ການ​ອວດ​ນັ້ນ ບໍ່​ເປັນ​ຜົນດີ​ຫຍັງ​ກໍຕາມ, ແຕ່​ບັດນີ້ ເຮົາ​ຈະ​ເວົ້າ​ເຖິງ​ນິມິດ ແລະ​ການ​ຊົງ​ສຳແດງ ຊຶ່ງ​ເຮົາ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.


ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka