Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 9:9 - ພຣະຄຳພີສັກສິ

9 ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.

Uka jalj uñjjattʼäta Copia luraña




ໂຮເສອາ 9:9
16 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ຟ້າວ​ກັບ​ລົງ​ໄປ​ດຽວ​ນີ້ ເພາະ​ປະຊາຊົນ​ຂອງ​ເຈົ້າ ຄື​ພວກ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄດ້​ເຮັດ​ບາບ ແລະ​ປະຖິ້ມ​ເຮົາ​ສາ​ແລ້ວ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ພຣະເຈົ້າຢາເວ​ໄດ້​ກ່າວ​ໃສ່​ປະຊາຊົນ​ເຫຼົ່ານີ້​ວ່າ, “ພວກເຂົາ​ມັກ​ແລ່ນ​ໜີໄປ​ຈາກ​ເຮົາ ແລະ​ຈະ​ຄອບຄຸມ​ພວກເຂົາ​ເອງ​ບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່​ພໍໃຈ​ນຳ​ພວກເຂົາ ເຮົາ​ຈະ​ຈົດຈຳ​ຄວາມຜິດ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຈະ​ລົງໂທດ​ພວກເຂົາ​ເພາະ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ.”


“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ຢຸດ​ເຮັດ​ບາບ​ຕໍ່ສູ້​ເຮົາ ຕັ້ງແຕ່​ຄາວ​ທີ່​ພວກເຂົາ​ໄດ້​ເຮັດ​ບາບ​ທີ່​ເມືອງ​ກີເບອາ. ດັ່ງນັ້ນ ສົງຄາມ​ຈຶ່ງ​ຕາມ​ທັນ​ພວກເຂົາ​ທີ່​ກີເບອາ.


ພວກເຈົ້າ​ຈະ​ໄດ້​ຮັບ​ໂທດ​ຢ່າງ​ທໍລະມານ ເໝືອນກັນ​ກັບ​ປະຊາຊົນ. ເຮົາ​ຈະ​ລົງໂທດ​ພວກເຈົ້າ ແລະ​ເຮັດ​ໃຫ້​ໃຊ້​ໜີ້ກຳ​ແຫ່ງ​ການຊົ່ວ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ


ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.


ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”


ແຕ່​ນາຍ​ຂອງ​ລາວ​ຕອບ​ວ່າ, “ພວກເຮົາ​ຈະ​ບໍ່​ຢຸດ​ພັກ​ຢູ່​ໃນ​ເມືອງ​ທີ່​ບໍ່​ເປັນ​ຂອງ​ຄົນ​ອິດສະຣາເອນ. ໃຫ້​ພວກເຮົາ​ຜ່ານ​ເມືອງ​ນີ້​ໄປ​ໄກ​ຈັກໜ້ອຍ ແລະ​ຄ້າງຄືນ​ຢູ່​ທີ່​ກີເບອາ​ຫລື​ທີ່​ຣາມາ.”


ໃນ​ຂະນະນັ້ນ ຍັງ​ມີ​ຊາຍ​ແກ່​ຜູ້ໜຶ່ງ​ທີ່​ຫາກໍ​ເລີກ​ຈາກ​ວຽກໄຮ່​ການນາ​ຂອງຕົນ ກຳລັງ​ຍ່າງ​ຜ່ານ​ມາ​ທາງ​ນັ້ນ. ລາວ​ເປັນ​ຄົນ​ມາ​ຈາກ​ແຖບ​ເນີນພູ​ເອຟຣາອິມ ແຕ່​ດຽວ​ນີ້​ອາໄສ​ຢູ່​ໃນ​ເມືອງ​ກີເບອາ (ສ່ວນ​ຄົນອື່ນ​ທີ່​ຢູ່​ໃນ​ເມືອງ​ນີ້​ເປັນ​ຊາວ​ເຜົ່າ​ເບັນຢາມິນ).


ໃນ​ຂະນະທີ່​ພວກເຂົາ​ກຳລັງ​ລົມກັນ​ຢ່າງ​ມ່ວນຊື່ນ​ຢູ່​ນັ້ນ ໄດ້​ມີ​ພວກ​ນັກເລງ​ມາ​ລ້ອມ​ເຮືອນ​ໄວ້​ແລະ​ໃຊ້​ກຳປັ້ນ​ຕີ​ປະຕູ​ເຮືອນ. ພວກເຂົາ​ຮ້ອງ​ບອກ​ຊາຍ​ແກ່​ຜູ້ນັ້ນ​ວ່າ, “ຈົ່ງ​ນຳ​ເອົາ​ຊາຍ​ທີ່​ມາ​ຄ້າງ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ອອກ​ມາ ເພາະ​ພວກຂ້ອຍ​ຢາກ​ຮ່ວມເພດ​ກັບ​ລາວ.”


ພວກ​ອິດສະຣາເອນ​ໄດ້​ອ້ອມ​ພວກ​ເບັນຢາມິນ​ໄວ້ ແລະ​ພວກເຂົາ​ໄດ້​ໄລ່ຕາມ​ຂ້າ​ພວກ​ເບັນຢາມິນ​ຢ່າງ​ບໍ່​ຢຸດຢັ້ງ​ຕາມ​ທາງ ຈົນ​ໄປ​ເຖິງ​ທາງທິດ​ຕາເວັນອອກ​ຂອງ​ກີເບອາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka