ໂຮເສອາ 9:8 - ພຣະຄຳພີສັກສິ8 ພຣະເຈົ້າໄດ້ສົ່ງຂ້າພະເຈົ້າມາໃນຖານະເປັນຜູ້ທຳນວາຍ ເພື່ອເຕືອນຊາວອິດສະຣາເອນປະຊາຊົນຂອງພຣະອົງ. ແຕ່ບ່ອນໃດກໍດີທີ່ຂ້າພະເຈົ້າໄປ ພວກເຈົ້າຊອກຫາດັກຈັບຂ້າພະເຈົ້າດັ່ງດັກຈັບນົກ. ແມ່ນແຕ່ຢູ່ໃນດິນແດນຂອງພຣະເຈົ້າເອງ ປະຊາຊົນກໍເປັນສັດຕູກັບຜູ້ທຳນວາຍ. Uka jalj uñjjattʼäta |
“ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ
ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ.