Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 9:6 - ພຣະຄຳພີສັກສິ

6 ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.

Uka jalj uñjjattʼäta Copia luraña




ໂຮເສອາ 9:6
32 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮອາຮາດ​ບໍ່ມີ​ກຳລັງ​ທະຫານ​ເຫຼືອ​ຢູ່​ເລີຍ ນອກຈາກ​ທະຫານ​ມ້າ​ຫ້າສິບ​ຄົນ, ລົດຮົບ​ສິບ​ຄັນ ແລະ​ທະຫານ​ລາບ​ສິບພັນ​ຄົນ ເພາະ​ກະສັດ​ແຫ່ງ​ຊີເຣຍ​ໄດ້​ຢຽບຢໍ່າ​ທຳລາຍ​ພວກເຂົາ​ຖິ້ມ​ດັ່ງ​ຢຽບ​ຂີ້ຝຸ່ນ​ດິນ.


ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ສວນ​ນັ້ນ​ເຕັມ​ໄປ​ດ້ວຍ​ພຸ່ມໜາມ ແລະ​ມີ​ຫຍ້າ​ປົ່ງຂຶ້ນ​ທົ່ວໄປ ກຳແພງ​ຫີນ​ທີ່​ອ້ອມຮອບ​ສວນ​ນັ້ນ​ກໍ​ເພພັງ​ລົງ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ບັນດາ​ຜູ້ນຳ​ຂອງ​ເມືອງ​ໂຊອານ ແລະ​ເມືອງ​ມຳຟິດ​ໂງ່​ຫລາຍ. ພວກເຂົາ​ຖື​ຕົນ​ວ່າ​ເປັນ​ຜູ້ນຳ​ຂອງ​ຊາດ ແຕ່​ພັດ​ໄດ້​ນຳ​ຊາດ​ໄປ​ໃນ​ທາງ​ຜິດ.


ໃນ​ວັນ​ນັ້ນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ຈົນຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ ພຣະເຈົ້າຢາເວ​ຈະ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ແຕ່ລະຄົນ​ດັ່ງ​ຝັດ​ແກບ​ອອກ​ຈາກ​ເມັດ​ເຂົ້າ.


ແລະ​ພຸ່ມໜາມ​ນ້ອຍໃຫຍ່​ກຳລັງ​ຈະ​ເກີດຂຶ້ນ​ໃນ​ດິນແດນ​ປະຊາຊົນ​ຂອງເຮົາ. ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖິງ​ເຮືອນ​ທີ່​ເຄີຍ​ຢູ່​ຢ່າງ​ຜາສຸກ ແລະ​ເຖິງ​ເມືອງ​ທີ່​ເຕັມ​ໄປ​ດ້ວຍ​ຊີວິດ​ຊີວາ​ນັ້ນ​ສາ.


ກົກ​ໜາມ​ໃຫຍ່ນ້ອຍ​ຈະ​ປົ່ງ​ຂຶ້ນ​ເຕັມ​ຣາຊວັງ ແລະ​ຕາມ​ກຳແພງ​ເມືອງ ແລະ​ທີ່ນັ້ນ​ຈະ​ເປັນ​ບ່ອນ​ຢູ່​ຂອງ​ໝາປ່າ​ແລະ​ນົກ​ເຄົ້າ.


ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.


ແມ່ນແລ້ວ ຊາວ​ເມືອງ​ມຳຟິດ​ແລະ​ຕາປັນເຮັດ ຕ່າງ​ກໍໄດ້​ຕີ​ກະໂຫລກ​ຫົວ​ລາວ​ຈົນ​ແຕກ.


ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


ສຳລັບ​ປະຊາຊົນ​ຢູດາ​ທີ່​ຍັງເຫລືອ​ແລະ​ຕັ້ງໃຈ​ໄປ​ຢູ່​ໃນ​ເອຢິບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທຳລາຍ​ໄປ​ຢ່າງ​ໝົດສິ້ນ. ພວກເຂົາ​ທັງໝົດ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ຈະ​ຕາຍ​ໃນ​ເອຢິບ ຄື​ຕາຍ​ໃນ​ສົງຄາມ​ຫລື​ຕາຍ​ຍ້ອນ​ການ​ອຶກຢາກ. ພວກເຂົາ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ຄົນ​ທັງຫລາຍ​ຈະ​ຫົວ​ເຢາະເຢີ້ຍ​ພວກເຂົາ​ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ເຮົາ​ຈະ​ລົງໂທດ​ພວກ​ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ດັ່ງ​ທີ່​ເຮົາ​ໄດ້​ລົງໂທດ​ນະຄອນ​ເຢຣູຊາເລັມ​ດ້ວຍ​ສົງຄາມ, ດ້ວຍ​ການ​ຕາຍອຶດ​ຕາຍຫິວ, ແລະ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ.


“ຈົ່ງ​ປະກາດ​ຂ່າວ​ນີ້​ໃນ​ເມືອງ​ຂອງ​ເອຢິບ ໃນ​ມິກໂດນ, ມຳຟິດ ແລະ​ຕາປັນເຮັດ​ວ່າ, ‘ຈົ່ງ​ຕຽມພ້ອມ​ເພື່ອ​ປ້ອງກັນ​ພວກ​ເຈົ້າເອງ​ສາ ພວກເຈົ້າ​ທັງໝົດ​ຈະ​ຖືກ​ສົງຄາມ​ກຳຈັດ​ໃຫ້​ພິນາດ


ຈົ່ງ​ຕຽມຕົວ​ສາ​ເຖີດ ປະຊາຊົນ​ເອຢິບ​ເອີຍ ຈົ່ງ​ຕຽມຕົວ​ໃຫ້​ພວກເຂົາ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ເຖີດ ມຳຟິດ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ຮົກຮ້າງ​ເພພັງ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ພຣະປອມ​ທັງຫລາຍ​ທີ່​ເມືອງ​ມຳຟິດ ບໍ່ມີ​ຜູ້ໃດ​ຈະ​ຂຶ້ນ​ປົກຄອງ​ເອຢິບ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ທັງໝົດ​ສະທ້ານ​ຢ້ານກົວ.


ເຮົາ​ຈະ​ຈູດ​ໄຟ​ເຜົາ​ເອຢິບ​ແລະ​ເມືອງ​ເປລູສີອຳ​ກໍ​ຈະ​ແຄ້ນໃຈ ກຳແພງ​ເມືອງ​ເທເບ​ຈະ​ພັງ​ທະລາຍ ແລະ​ນໍ້າ​ກໍ​ຈະ​ໄຫລ​ຖ້ວມ​ເມືອງ.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ເມື່ອ​ໄດ້ຍິນ​ສຽງ​ເຫຼົ່ານີ້​ແລ້ວ ພວກ​ທີ່​ຢູ່​ທາງ​ເຂດ​ລຸ່ມ​ຂອງ​ຕົວເມືອງ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເພາະວ່າ​ບັນດາ​ພໍ່ຄ້າ​ທຸກຄົນ​ຈະ​ຕາຍ​ໝົດ.


ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka