ໂຮເສອາ 9:4 - ພຣະຄຳພີສັກສິ4 ຢູ່ໃນດິນແດນຕ່າງປະເທດເຫຼົ່ານັ້ນ ພວກເຂົາຈະບໍ່ສາມາດເຮັດເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ ຫລືນຳເຄື່ອງເຜົາບູຊາໄປຖວາຍແກ່ພຣະອົງໄດ້. ອາຫານຂອງພວກເຂົາຈະເຮັດໃຫ້ທຸກຄົນທີ່ກິນເປັນມົນທິນ ຄືອາຫານທີ່ກິນໃນພິທີສົບ. ອາຫານນີ້ຈະກິນແກ້ຄວາມຫິວຂອງພວກເຂົາເທົ່ານັ້ນ; ແລະຈະຖືກນຳໄປຖວາຍເປັນເຄື່ອງບູຊາໃນພຣະວິຫານຂອງພຣະເຈົ້າຢາເວບໍ່ໄດ້. Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ເມື່ອໄວ້ທຸກຂ້ານ້ອຍບໍ່ໄດ້ກິນໜຶ່ງສ່ວນສິບ; ເມື່ອເປັນມົນທິນຂ້ານ້ອຍບໍ່ໄດ້ເອົາສ່ວນໃດໆອອກໄປຈາກເຮືອນ ແລະທັງບໍ່ໄດ້ຖວາຍສ່ວນໃດໆສຳລັບຄົນຕາຍ. ໂອ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍເຊື່ອຟັງພຣະອົງ; ຂ້ານ້ອຍໄດ້ປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການກ່ຽວກັບເລື່ອງໜຶ່ງສ່ວນສິບ.