ໂຮເສອາ 9:3 - ພຣະຄຳພີສັກສິ3 ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ. Uka jalj uñjjattʼäta |
ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ.
ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’